ຈ່າຍ ແລະ / ຫຼື ກວດສອບການອ້າງອິງບ່ອນຈອດລົດ

Service

ຈ່າຍ ແລະ / ຫຼື ກວດສອບການອ້າງອິງບ່ອນຈອດລົດ

ຖ້າທ່ານໄດ້ຮັບການອ້າງອິງບ່ອນຈອດລົດ,​​ ທ່ານຕ້ອງເຮັດຫນື່ງຕໍ່ໄປນີ້ພາຍໃນ 30 ​ວັນໃນການອ້າງອິງຫຼືຈະຖືກຕັດສີນລົງໂທດ.  ຖ້າຂໍ້ອ້າງອິງເປັນສິ່ງທີຜິດກົດຫມາຍ, ສານສາມາດເພີ່ມຈຳນວນການອ້າງອິງໄດ້, ອອກໃບຄຳສັ່ງສຳລັບການບັງຄັບ(ລາກ)ຂອງຍານພາຫະນະ, ເຂົ້າໄປໃນການພິພາກສາ, ແລະກຳນົດຄ່າປັບໃຫມກັບຈຳນວນເງີນທີ່ສູງສຸດທີ່ໄດ້ຮັບອະນຸຍາດໂດຍກົດຫມາຍແລະກຳນົດການອ້າງອິງເຖີງກົມລາຍໄດ້ສຳລັບການເກັບກຳ.

ຂ້າງລຸ່ມນີ້ແມ່ນ 3 ທາງເລືອກທີ່ແຕກຕ່າງກັນທີ່ທ່ານສາມາດເຮັດໄດ້ກ່ອນ 30 ວັນໃນການອ້າງອິງ.  ເລືອກພຽງແຕ່ 1 ທາງເລືອກດ້ານລຸມ

ທາງເລືອກທີ່ 1: ຈ່າຍຄ່າອ້າງອິງຂອງທ່ານ ເອົາເຊັກຫຼືຄຳສັ່ງເງີນໃສ່ໃນຊອງສີເຫຼືອງສຳລັບຈຳນວນ
ການອ້າງອິງ. ຈ່າຍເຊັກຫຼືຄຳສັ່ງເງີນ ໃຫ້ລົງຊື່ State of Oregon.  ຂຽນຫມາຍເລກອ້າງອິງຂອງທ່ານແລະເລກທະບຽນລົດຂອງທ່ານລົງຢູ່ເທີງເຊັກຫຼືືືືືໃບຄຳສັ່ງເງີ່ນ. ທ່ານສາມາດຊຳລະເງີນໂດຍກົງດ້ວຍວີຊ່າຫລື Mastercard ໂດຍການໂທລະສັບຫາເບີເລັກໂທ 503-988-3235,​ ຮັບຟັງຂໍ້ຄວາມແລະກົດຫມາຍເລັກ 2​ໃນໂທລະສັບຂອງທ່ານ.  ບໍ່ໃຫ້ສົ່ງເງີນສົດທາງໄປສະນີ.  ກົດທີ່ນີ້ເພື່ອຈ່າຍຄ່າກ່ານອ້າງອີງບ່ອນຈອດລົດຂອງທ່ານຍູ່ອອນໄລນ໌ໃນຕອນມີ້.

 ທາງເລຶອກທີ່ 2: ສົ່ງປະກັນແລະຂຽນຄຳອະທິບາຍ

ໃສ່ເຊັກຫຼືຄຳສັ່ງເງີນໄປໃນຊອງສີເຫຼືອງສຳລັບຈຳນວນອ້າງອິງພ້ອມກັບຄຳອະທິບາຍລາຍລະອຽດແຍກຕ່າງຫາກທີ່ເປັນເອັກກະສານວ່າເປັນຫຍັງທ່ານກຳລັງປະເຊີນກັບການອ້າງອິງ. ຄຳອະທິບາຍລາຍລະອຽດຂອງທ່ານແມ່ນການຍົກເວັັນສິດທິຂອງທ່ານໃນການພິຈາລະນາຄະດີສານແລະຍອມຮັບການພິດຈາລະນາໃດໆ.​​​​ ສານຈະພິຈາລະນາຄຳອະທິບາຍລາຍລະອຽດຂອງທ່ານແລະອາດຈະຈ່າຍຄືນເງີນຂອງທ່ານ ຫຼື ຍົກເລີກທັ້ງຫມົດ ຫຼືໃຫ້ເປັນບາງສ່ວນ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບການທົດສອບການອ້າງອິງຂອງທານ, ກະລຸນາໄປຢ່ຽມຢາມເວັບໄຊທ໌ ຂອງສານ ກົດບ່ອນນີ້ທີ່ໄປຫາເວັບໄຊທ໌ຂອງສານ the Circuit Court .

 ທາງເລືອກທີ່່ 3. ກຳນົດເວລາຈັດຕາຕະລາງການໄຕ່ສວນຂອງສານ

ມີ 2 ວິທີທີ່ແຕກຕ່າງກັນກັບເພື່ອກຳນົດການໄຕ່ສວນຂອງສານ. ທາງເລືອກທຳອິດແມ່ນ ໃສ່ເຊັກຫຼືຄຳສັ່ງເງີນໄປໃນຊອງສີເຫຼືອງສຳລັບຈຳນວນອ້າງອິງພ້ອມດ້ວຍຄຳຮ້ອງເປັນເອັກະສານແຍກຕ່າງຫາກສຳລັບການໄຕ່ສວນ. ທາງເລືອກທີ່່ສອງຄືປາກົດມາດ້ວຍຕັວເອັງຢູ່ທີ່ຫ້ອງການ Circuit Court Parking Tag Office, ຫ້ອງເບີ 131B, Multnomah County Courthouse, 1021 S.W. Fourth Avenue, Portland, Oregon, ເພື່ອຮ້ອງຂໍການໄຕ່ສວນແລະຈ່າຍຄ່າການອ້າງອິງ.


ຖ້າຫາກວ່າຍານພາຫະນະຂອງທ່ານຖືກເຈົ້າໜ້າທີ່ຢືດເອົາ(ແກ່ໄປ) ຍ້ອນວ່າບໍ່ໄດ້ຮັບຄ່າຈອດລົດ, ທ່ານຕ້ອງຈ່າຍເງີນທັ້ງຫມົດທີ່ກຳນົດໄວ້ໃນການຮັບປະກັນຢູ່ຫ້ອງການຂອງ Circuit Court Parking Tag Office. ບໍລິສັດແກ່ລົດກໍ່ຈະຄິດຄ່າທຳນຽມກ່ອນທີ່ຈະປ່ອຍລົດ. ທາງຫ້ອງການ Circuit Court Parking Tag Office ແມ່ນສາມາດເຂົຶາເຖີງຄົນພິການໄດ້. ການຮ້ອງຂໍຄວາມຊ່ວຍເຫລືອທິ່ເຫມາະສົມ, ລວມທັ້ງນາຍແປພາສາສຳລັບຄົນພິການທີ່ຟັງບໍ່ໄດ້, ຢ່າງນ້ອຍທ່ານຄວານສິນັດໄວ້ກ່ອນ 48 ຊັ່ວໂມງກ່ອນຈ່ະໄດ້ມາພບດ້ວຍໂຕນເອັງ ຄຳຂໍຮ້ອງຄວນຈະຖືກເຮັດຢູ່ຫ້ອງງານຂອງ Circuit Court Parking Tag Office ເບີໂທ (503) 988-3235 ຫຼືຢູ່ທີ່ເບີໂທຂອງ TTY(503) 988-3907.

Topics