ການປະຊຸມເພື່ອໃຫ້ຂໍ້ມູນ
ການປະຊຸມເພື່ອໃຫ້ຂໍ້ມູນທາງອອນລາຍ ເພື່ອສົນທະນາກ່ຽວກັບທຶນ PCEF Mini Grants ຈະຖືກຈັດຂຶ້ນຕະຫຼອດທັງປີ. ການປະຊຸມຈະມີເນື້ອໃນກ່ຽວກັບການມີສິດເໝາະສົມ, ວິທີການສະໝັກຂໍທຶນ Mini Grant, ແລະຊ່ວງເວລາສຳລັບການຖາມແລະຕອບ.
ການປະຊຸມໃຫ້ຂໍ້ມູນບາງຢ່າງ ແມ່ນແນ່ໃສ່ບາງກຸ່ມສະເພາະ ເພື່ອຮັບປະກັນວ່າ ເປັນສະຖານທີ່ທີ່ປອດໄພສຳລັບຜູ້ສະໝັກທີ່ເປັນໄປໄດ້ທຸກຄົນ ເພື່ອໃຫ້ເຂົ້າຮ່ວມ ແລະເພື່ອໃຫ້ເກີດການສົນທະນາຫາລືທີ່ກ່ຽວຂ້ອງ. ພວກເຮົາຍິນດີຕ້ອນຮັບທຸກຄົນທີ່ເຂົ້າຮ່ວມໃນການປະຊຸມໃດໆ, ເຖິງແມ່ນວ່າ ພວກເຮົາຈະເຊີນຜູ້ເຂົ້າຮ່ວມເພື່ອໃຫ້ມີເວລາເວົ້າລົມເປັນພິເສດສຳລັບບັນດາສະມາຊິກທີ່ເປັນກຸ່ມເປົ້າໝາຍ. ການບັນທຶກການປະຊຸມໃຫ້ຂໍ້ມູນທີ່ຄອບຄຸມທົ່ວຊຸມຊົນນີ້ຈະມີໃຫ້ຢູ່ທີ່ເວັບໄຊຂອງພວກເຮົາ.
ຊົ່ວໂມງຊ່ວຍເຫຼືອ
ຕ້ອງການຄວາມຊ່ວຍເຫຼືອກ່ຽວກັບການສະໝັກຂໍທຶນ Mini Grant ບໍ່? ຫຼື ທ່ານຕ້ອງການສະຖານທີ່ສະເພາະ ແລະຂະໜາດນ້ອຍ ເພື່ອຖາມຄຳຖາມບໍ່? ທ່ານຕ້ອງການພຽງແຕ່ສະຖານທີ່ສຳລັບຂຽນ ແລະໄດ້ຮັບຄຳຕອບສຳລັບຄຳຖາມຂອງທ່ານໃນເວລາດຽວກັນແມ່ນບໍ່? ເຈົ້າໜ້າທີ່ PCEF ຈະພ້ອມໃຫ້ຄວາມຊ່ວຍເຫຼືອທາງອອນລາຍໃນຊົ່ວໂມງຊ່ວຍເຫຼືອເພື່ອຕອບຄຳຖາມ, ຊ່ວຍດ້ານເຕັກໂນໂລຊີ, ຫຼື ສະໜັບສະໜູນໃນດ້ານອື່ນໆ. ຊົ່ວໂມງຊ່ວຍເຫຼືອແມ່ນຈຳກັດໃຫ້ແກ່ຜູ້ເຂົ້າຮ່ວມ 8 ຄົນເທົ່ານັ້ນ ເພື່ອໃຫ້ໝັ້ນໃຈວ່າ ຜູ້ເຂົ້າຮ່ວມແຕ່ລະຄົນຈະໄດ້ຮັບການເອົາໃຈໃສ່ ແລະຊ່ວຍເຫຼືອຕາມຄວາມຕ້ອງການຂອງເຂົາເຈົ້າ.
ລົງທະບຽນສຳລັບຊົ່ວໂມງຊ່ວຍເຫຼືອ
ທ່ານສາມາດລົງຊື່ໄດ້ຈົນຮອດວັນກ່ອນວັນງານ.
ຊົ່ວໂມງຊ່ວຍເຫຼືອໃຫ້ບໍລິການໃນລະຫວ່າງເດືອນມິຖຸນາ ຮອດ ສິງຫາ 2021 ທຸກວັນພຸດເວັ້ນພຸດ ຕັ້ງແຕ່ເວລາ 1-2 ໂມງບ່າຍ ແລະທຸກວັນເສົາເວັ້ນເສົາ ຕັ້ງແຕ່ເວລາ 9-10 ໂມງເຊົ້າ:
- ທຸກວັນພຸດ ເວລາ 1-2 ໂມງບ່າຍ: 6/23, 7/7, 7/21, 8/4, 8/18
- ທຸກວັນເສົາ ເວລາ 9-10am: 7/17, 7/31, 8/14, 8/28
ຄຳຖາມເພີ່ມເຕີມ
ມີຄຳຖາມດ່ວນ ແລະບໍ່ສາມາດລໍຖ້າຈົນຮອດການປະຊຸມໃຫ້ຂໍ້ມູນ ຫຼືຊົ່ວໂມງຊ່ວຍເຫຼືອ ແມ່ນບໍ່? ເບິ່ງທີ່ໜ້າ ຄຳຖາມທີ່ຖາມເລື້ອຍໆ ກ່ຽວກັບ ທຶນ Mini Grants ເພື່ອຮູ້ຄຳຕອບ, ຫຼື ທາງອີເມວ PCEFminigrants@portlandoregon.gov.