ກ່ຽວກັບທຶນ Mini Grants
ສິ່ງທັງໝົດທີ່ຕ້ອງການ ກໍແມ່ນ ການມີແນວຄວາມຄິດທີ່ຊົງພະລັງ. ບໍ່ຈຳເປັນວ່າ ທຸກການກະທຳຕ້ອງຍິ່ງໃຫຍ່ ເພື່ອສ້າງຜົນກະທົບຕໍ່ສະພາບດິນຟ້າອາກາດຂອງພວກເຮົາ ແລະຊຸມຊົນຕ່າງໆ ຂອງພວກເຮົາ. PCEF Mini Grant Program (ໂຄງການໃຫ້ທຶນຊ່ວຍເຫຼືອຂະໜາດນ້ອຍຂອງ PCEF) ແມ່ນໂອກາດໃນການໃຫ້ທຶນປະຈຳໄຕມາດ ທີ່ສະເໜີທຶນໃຫ້ສູງເຖິງ $5,000 ສຳລັບກິດຈະກຳຕ່າງໆ ທີ່ສອດຄ່ອງກັບເປົ້າໝາຍຂອງ PCEF ໃນການແກ້ໄຂບັນຫາການປ່ຽນແປງສະພາບດິນຟ້າອາກາດ ແລະການສົ່ງເສີມຄວາມເປັນທັມໃນດ້ານເຊື້ອຊາດ ແລະສັງຄົມ.ດ້ວຍການສ້າງຂຶ້ນເພື່ອສະໜອງຕອບຕໍ່ການຂໍຮ້ອງຂອງຊຸມຊົນທີ່ຕ້ອງການກອງທຶນທີ່ສະໜອງຕອບແລະສາມາດເຂົ້າເຖິງໄດ້, ດັ່ງນັ້ນ ທຶນ Mini Grants ຈຶ່ງໃຫ້ໂອກາດແກ່ບັນດາອົງການຕ່າງໆ ໂດຍໃຫ້ທຶນສະໜັບສະໜູນແກ່ກິດຈະກຳ ແລະການນຳໃຊ້ປະໂຫຍດທີ່ຫຼາກຫຼາຍ, ລວມເຖິງ ໂຄງການຂະໜາດນ້ອຍ, ກິດຈະກຳຕ່າງໆ, ແລະການສ້າງຂີດຄວາມສາມາດ.
ອົງກອນທຸກຂະໜາດແມ່ນມີສິດທີ່ຈະສະໝັກຂໍທຶນ ໃນຂະນະທີ່ອົງການຂະໜາດນ້ອຍທີ່ມາຈາກ ແລະນຳພາໂດຍຊຸມຊົນຜູ້ມີສິດພິເສດສຳລັບ PCEF ແມ່ນຈະໄດ້ຮັບການພິຈາລະນາກ່ອນ.
ຮອບທຶນ ແລະກຳນົດວັນສົ່ງ
ການສະໝັກແມ່ນສາມາດເຮັດໄດ້ຢ່າງຕໍ່ເນື່ອງ. ເມື່ອອົງກອນສະໝັກ, ເຂົາເຈົ້າຈະຖືກຈັດໃຫ້ຢູ່ໃນຮອບທຶນຕໍ່ໄປທີ່ມີ. ຖ້າວ່າ ຜູ້ສະໝັກບໍ່ຖືກເລືອກສຳລັບຮອບທຶນໜຶ່ງ, ເຂົາເຈົ້າກໍມີທາງເລືອກໂດຍໃບສະໝັກຂອງເຂົາເຈົ້າຈະຖືກລວມໂດຍອັດຕະໂນມັດຢູ່ໃນການພິຈາລະນາທຶນຮອບຕໍ່ໄປ ໂດຍບໍ່ຕ້ອງສົ່ງໃບສະໝັກອີກ.
ກຳນົດວັນສຸດທ້າຍຂອງການສະໝັກສຳລັບປີ 2021-2022
- 1 ສິງຫາ 2021
- 1 ຕຸລາ 2021
- 1 ມົກຣາ 2022
- 1 ເມສາ 2022
ກ່ອນການສະໝັກ
ກ່ອນປະກອບຟອມໃບສະໝັກຂໍທຶນຂະໜາດນ້ອຍ, ກະລຸນາເບິ່ງທີ່ໜ້າ ພາບລວມຂອງທຶນ PCEF Mini Grant ເພື່ອອ່ານຄຳແນະນຳໂດຍລະອຽດ, ຂໍ້ກຳນົດດ້ານຄຸນສົມບັດ, ກຳນົດວັນສົ່ງ, ແລະລາຍລະອຽດສຳຄັນອື່ນໆ ເພື່ອໃຫ້ໝັ້ນໃຈວ່າ ທ່ານເຂົ້າໃຈຈຸດປະສົງຂອງທຶນຊ່ວຍເຫຼືອ, ຂໍ້ຈຳກັດ, ແລະຄວາມຄາດຫວັງ.
ຖ້າວ່າ ມີຫຼາຍຄຳຖາມ, ກະລຸນາ ເບິ່ງທີ່ໜ້າ ຄຳຖາມທີ່ຖາມເລື້ອຍໆ ກ່ຽວກັບທຶນ Mini Grants ຂອງພວກເຮົາ ຫຼື ມາເຂົ້າຮ່ວມກັບພວກເຮົາໃນການປະຊຸມໃຫ້ຂໍ້ມູນທາງອອນລາຍ ຫຼືຊົ່ວໂມງຊ່ວຍເຫຼືອ
ສະໝັກດຽວນີ້
ໄປທີ່ຟອມການສະໝັກທາງອອນລາຍ
ຜູ້ສະໝັກທີ່ຢາກຈະຮ່າງຄຳຕອບລົງໃນເອກະສານແຍກຕ່າງຫາກ ສາມາດເບິ່ງລາຍການຄຳຖາມທັງໝົດໄດ້ໃນຮູບແບບ PDF.
ໃນຂະນະທີ່ພວກເຮົາກໍຢາກໃຫ້ຜູ້ສະໝັກສົ່ງໃບສະໝັກທາງອອນລາຍ, ແຕ່ວ່າ ຜູ້ສະໝັກທີ່ຢາກປະກອບຟອມສະໝັກ PDF ກໍສາມາດຍື່ນສົ່ງໃບສະໝັກໄດ້ໂດຍຄັດຕິດໄຟລ໌ສົ່ງຜ່ານທາງອີເມວທີ່ PCEFminigrants@portlandoregon.gov.