ຄຳ​ຖາມ​ທີ່​ຖາມ​ເລື້ອຍໆ ສຳ​ລັບ​ທຶນ Mini Grants

Information
Blue background with a large orange circle in the center. In the center of the circle is an image of an acorn of the Oregon White Oak. On the left of the acorn text reads "Mini grants." On the right of the acorn text reads "Big impact"
ສົນ​ໃຈ​ຂໍ​ທຶນ PCEF Mini Grants ແລະ​ມີ​ຫຼາຍຄຳ​ຖາມ​ແມ່ນບໍ່?ອ່ານ​ເພື່ອ​ໃຫ້​ຮູ້​ຄຳ​ຕອບ ສຳ​ລັບ​ຄຳ​ຖາມ​ທີ່​ມັກ​ຖາມ​ເລື້ອຍໆ ກ່ຽວ​ກັບ​ໂຄງ​ການ​ນີ້.
On this page

ເປັນ​ຫຍັງ​ຈຶ່ງ​ຕ້ອງ​ແມ່ນທຶນ  Mini Grants?  

​ກຸ່ມ​ຊຸມ​ຊົນ ແລະ​ອົງ​ການບໍ່​​ສະ​ແຫວງຫາ​ຜົນ​ກຳ​ໄລ ໄດ້​ຖາມ​ຫາ​ໂອ​ກາດ​ໃນ​ການ​ໄດ້​ທຶນ​ຊ່ວຍ​ເຫຼືອ ຊຶ່ງ​ໃຫ້​ທຶນ​ສະ​ໜັບ​ສະ​ໜູນ​ແກ່​ໂຄງ​ການ​ຂະ​ໜາດ​ນ້ອຍ ແລະ​ມີ​ເງື່ອນ​ໄຂ​ດ້ານ​ເວ​ລາ. ບັນ​ດາ​ອົງ​ການ​ຕ່າງໆ ໂດຍ​ສະ​ເພາະ​ແມ່ນ ອົງ​ການ​ຂະ​ໜາດ​ນ້ອຍ, ອາດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ສະ​ໝັກ​ຂໍ​ທຶນ​ຊ່ວຍ​ເຫຼືອ​ຂະ​ໜາດ​ໃຫຍ່ ເນື່ອງ​ຈາກ​ຂາດ​ພະ​ນັກ​ງານ​ທີ່​ຊຳ​ນານ​ການ​ຂຽນ​ຂໍ​ທຶນ, ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ​ສຳ​ລັບ​ແຫຼ່ງ​ຝຶກ​ອົບ​ຮົມ, ແລະ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ໄດ້​ຮັບ​ທຶນ​ຊ່ວຍ​ເຫຼືອ​ສຳ​ລັບ​ໂຄງ​ການ​ຂະ​ໜາດ​ນ້ອຍ​ຕ່າງໆ ໃນ​ຊຸມ​ຊົນ. 

PCEF Mini Grants ແມ່ນ​ສະ​ໜອງ​ຕອບ​ຕໍ່​ບັນ​ຫາ​ຂໍ້​ກັງ​ວົນ​ໃຈ​ເຫຼົ່າ​ນີ້ ແລະ​ຄຳ​ຮ້ອງ​ຂໍໂອ​ກາດ​ໃນ​ການ​ໄດ້ທຶນຊ່ວຍ​ເຫຼືອ​ທີ່​ສາ​ມາດເຂົ້າ​ເຖິງໄດ້ ​ງ່າຍ​ຂຶ້ນ ເພື່ອ​ນຳ​ໃຊ້​ໃນ​ການສະ​ໜັບ​ສະ​ໜູນ​ວຽກ​ງານ​ທີ່​ສຳ​ຄັນ​ແລະ​ສົ່ງ​ຜົນ​ກະ​ທົບ ຊຶ່ງ​ເປັນ​ສິ່ງທີ່​ອົງ​ກອນ​ຂະ​ໜາດ​ນ້ອຍ ທີ່ຂາດ​ເຂີນ​ແຫຼ່ງ​ຊັບ​ພະ​ຍາ​ກອນ ມັກຕ້ອງ​ດິ້ນ​ລົນ​ຢູ່​ເລື້ອຍໆ ເພື່ອ​ຫາເງິນ​ສະ​ໜັບ​ສະ​ໜູນ. 

ມີ​ການ​ຈຳ​ກັດ​ຈຳ​ນວນ​ຄັ້ງ​ໃນ​ການ​ສະ​ໝັກ​ຂໍ​ທຶນ Mini Grant ບໍ່? 

ບັນ​ດາອົງ​ການບໍ່​ສະ​ແຫວງຫາ​ຜົນ​ກຳ​ໄລ​ສາ​ມາດ​ສະ​ໝັກ​ໄດ້​ໜຶ່ງ​ທຶນ​ຕໍ່​ໜຶ່ງ​ໄຕ​ມາດ.ອົງ​ການ​ຕ່າງໆ ແມ່ນ​ໄດ້​ຮັບ​ການ​ຊຸກ​ຍູ້​ໃຫ້ສະ​ໝັກຂໍ​ທຶນ  Mini Grant ໃນ​ທຸກ​ໄຕ​ມາດ ແຕ່​ວ່າ ແຕ່​ລະ​ໃບ​ສະ​ໝັກ​ຕ້ອງ​​ເປັນການ​ຮ້ອງ​ຂໍ​ທີ່​ມີ​​ລັກ​ສະ​ນະ​ສະ​ເພາະ ແລະບໍ່​ສາ​ມາດ​ໃຫ້​ເງິນ​ທຶນ​ແກ່​ໂຄງ​ການ/ກິດ​ຈະ​ກຳ​ແບບ​ດຽວ​ກັນ (ເຊັ່ນ ອົງ​ການບໍ່​ສາ​ມາດ​ສະ​ໝັກ​ຂໍທຶນ ແລະ​ຮັບເອົາ​ທຶນ  Mini Grant ຈຳ​ນວນ $5,000 ສອງ​ທຶນ​ເພື່ອນຳໃຊ້​ລວມ​ກັນເປັນ $10,000 ໃນ​ໂຄງ​ການ​ອັນ​ດຽວ​ໄດ້).  

ທ່ານ​ສາ​ມາດ​ຄາດ​ຫວັງ​ຫຍັງ​ໄດ້​ແດ່ ຫຼັງ​ຈາກ​ທ່ານ​ສະ​ໝັກ​ແລ້ວ?   

ຜູ້​ສະ​ໝັກ​ຈະ​ໄດ້​ຮັບ​ການ​ຢືນ​ຢັນ ຫຼັງ​ຈາກ​ສົ່ງ​ໃບ​ສະ​ໝັກ, ພ້ອມ​ກັບ​ຂັ້ນ​ຕອນ​ຕໍ່​ໄປ ແລະ​ກຳ​ນົດ​ເວ​ລາ.ຈະ​ມີ​ການກວດ​ກາ​ຄືນ​ໃບ​ສະ​ໝັກ​ທັງ​ໝົດ ຫຼັງ​ຈາກ​ກາຍ​ວັນ​ກຳ​ນົດ​ສົ່ງ​ໃນ​ໄຕ​ມາດ​ແລ້ວ ຊຶ່ງໄດ້​ຮັບ​ໃບ​ສະ​ໝັກ​ແລ້ວ. 

ໂຄງ​ການ​ຈະ​ແຈ້ງ​ໃຫ້​ຜູ້​ສະ​ໝັກ​ຮູ້​ວ່າ ເຂົາ​ເຈົ້າ​ໄດ້​ຖືກ​ເລືອກ​ຫຼືບໍ່​ພາຍ​ໃນ​ສອງ​ອາ​ທິດ​ຫຼັງ​ຈາກ​ກາຍ​ວັນ​ກຳ​ນົດ​ສົ່ງ​ປະ​ຈຳ​ໄຕ​ມາດ.ຖ້າ​ຜູ້​ສະ​ໝັກ​ທີ່​ມີ​ເງື່ອນ​ໄຂບໍ່​ຖືກ​ເລືອກ, ເຂົາ​ເຈົ້າ​ຈະ​ມີ​ໂອ​ກາດ​ທີ່​ຈະ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ​ອີກ​ໃນ​ໄຕ​ມາດ​ຕໍ່​ໄປ​ໂດຍບໍ່​ຕ້ອງ​ສະ​ໝັກ​ໃໝ່ອີກ. 

ມີ​ການ​ຄັດ​ເລືອກ​ຜູ້​ຮັບ​ທຶນ​ແນວ​ໃດ​ສຳ​ລັບທຶນ Mini Grants? 

ບັນ​ດາ​ອົງ​ກອນ​ທຸກ​ຂະ​ໜາດ​ແມ່ນ​ມີ​ສິດ​ທີ່​ຈະ​ສະ​ໝັກໄດ້.ຂັ້ນ​ຕອນ​ການ​ຄັດ​ເລືອກ​ຈະ​ໃຫ້​ສິດ​ພິ​ເສດ​ແກ່​ບັນ​ດາ​ອົງ​ການ​ຂະ​ໜາດ​ນ້ອຍກ່ອນ (ມີ​ພະ​ນັກ​ງານ​ເຮັດ​ວຽກ​ເຕັມ​ເວ​ລາ​ໃນ​ຮອບປີ​ຈຳ​ນວນສາມ​ຄົນ ຫຼື​ໜ້ອຍກວ່າ​ນັ້ນ) ຊຶ່ງມີ​ຈຳ​ນວນພະ​ນັກ​ງານທີ່​ມາ​ຈາກ ແລະ​ຮັບ​ໃຊ້ ຊຸມ​ຊົນ​ຜູ້​ມີ​ສິດ​ພິ​ເສດ​ສຳ​ລັບ PCEF.  

ໃນ​ແຕ່​ລະ​ໄຕ​ມາດ, ຫຼັງ​ຈາກ​ກາຍ​ວັນ​ກຳ​ນົດ​ສົ່ງ​ໃບ​ສະ​ໝັກ​ແລ້ວ, ເຈົ້າ​ໜ້າ​ທີ່​ຈະ​ແຍກ​ໃບ​ສະ​ໝັກ​ເຂົ້າ​ໃນ​ໜຶ່ງ​ໃນ​ຫົກ​ກຸ່ມ, ຕາມ​ລາຍ​ການ​ຂ້າງ​ລຸ່ມ​ນີ້. 

  • ກຸ່ມ 1 – ອົງ​ການ​ທີ່​ມີ​ຈຳ​ນວນພະ​ນັກ​ງານ​ມາ​ຈາກຊຸມ​ຊົນ​ຜູ້​ມີ​ສິດ​ພິ​ເສດ​ ແລະ​ຮັບ​ໃຊ້​ຊຸມ​ຊົນ​ຜູ້​ມີ​ສິດ​ພິ​ເສດ​ສຳ​ລັບ PCEF, ມີ​ພະ​ນັກ​ງານ 3 ຄົນ ຫຼື​ໜ້ອຍກວ່າ​ນັ້ນ​ໃນ​ຮອບ​ປີ, ແລະ​ເປັນ​ຜູ້​ສະ​ໝັກ​ຄັ້ງ​ທຳ​ອິດ  

  • ກຸ່ມ 2 – ອົງ​ການ​ທີ່ມີ​ຈຳ​ນວນ​ພະ​ນັກ​ງານ​ມາ​ຈາກຊຸມ​ຊົນ​ຜູ້​ມີ​ສິດ​ພິ​ເສດ​ ແລະ​ຮັບ​ໃຊ້​ຊຸມ​ຊົນ​ຜູ້​ມີ​ສິດ​ພິ​ເສດ​ສຳ​ລັບ ັ້ງ​ທຳ​ອິດ ຍກ​ໃບ​ສະ​ໝັກ​ເຂົ້າ​ໃນ​ໜຶ່ງ​ໃນ​ຫົກ​ກຸ່ມ, ຕາມ​ລາຍPCEF, ມີ​ພະ​ນັກ​ງານ​ໃນ​ຮອບ​ປີ​ຈຳ​ນວນ 4 ຄົນ ຫຼື ຫຼາຍກວ່າ​ນັ້ນ, ແລະ​ເປັນ​ຜູ້​ສະ​ໝັກ​ຄັ້ງ​ທຳ​ອິດ 

  • ​ກຸ່ມ 3 – ບັນ​ດາ​ອົງ​ການ​ອື່ນໆ ທັງ​ໝົດ ຊຶ່ງ​ເປັນ​ຜູ້​ສະ​ໝັກ​ຄັ້ງ​ທຳ​ອິດ.  

  • ກຸ່ມ 4 – ອົງ​ການ​ທີ່​ມີຈຳ​ນວນ​ພະ​ນັກ​ງານ​ທີ່​ມາ​ຈາກຊຸມ​ຊົນ​ຜູ້​ມີ​ສິດ​ພິ​ເສດ​ ແລະ​ຮັບ​ໃຊ້​ຊຸມ​ຊົນ​ຜູ້​ມີ​ສິດ​ພິ​ເສດ​ສຳ​ລັບ PCEF, ມີ​ພະ​ນັກ​ງານ​ເຮັດ​ວຽກ​ໃນ​ຮອບ​ປີ ຈຳ​ນວນ 3 ຄົນ ຫຼື ໜ້ອຍກວ່າ​ນັ້ນ, ແລະໄດ້ຮັບ​ທຶນ​ຂະ​ໜາດ​ນ້ອຍ​ແລ້ວ.  

  • ກຸ່ມ 5 – ອົງ​ການ​ທີ່​ມີຈຳ​ນວນ​ພະ​ນັກ​ງານ​ທີ່​ມາ​ຈາກຊຸມ​ຊົນ​ຜູ້​ມີ​ສິດ​ພິ​ເສດ​ ແລະ​ຮັບ​ໃຊ້​ຊຸມ​ຊົນ​ຜູ້​ມີ​ສິດ​ພິ​ເສດ​ສຳ​ລັບ PCEF, ມີ​ພະ​ນັກ​ງານ​ເຮັດ​ວຽກ​ໃນ​ຮອບ​ປີ ຈຳ​ນວນ 4 ຄົນ ຫຼື ຫຼາຍກວ່າ​ນັ້ນ, ແລະ​ໄດ້​ຮັບ​ທຶນ​ຂະ​ໜາດ​ນ້ອຍ​ແລ້ວ. 

  • ກຸ່ມ 6 - ບັນ​ດາ​ອົງ​ການ​ອື່ນໆ ທັງ​ໝົດ ທີ່​ໄດ້​ຮັບ​ທຶນ​ຊ່ວຍ​ເຫຼືອ​ຂະ​ໜາດ​ນ້ອຍ​ແລ້ວ 

ຖ້າ​ໃນກຸ່ມ #1 ຈຳ​ນວນ​ເງິນ​​ທຶນລວມ​ທັງ​ໝົດທີ່​ຮ້ອງ​ຂໍ​ບໍ່​ເກີນ $100K, ພວກ​ເຮົາ​ຈະ​ໃຊ້​ການ​ຄັດ​ເລືອກ​ແບບ​ສຸ່ມ ເພື່ອ​ເລີອກ​ຜູ້​ທີ່​ຈະ​ໄດ້​ຮັບ​ເງິນ​ທຶນ​ຈາກກຸ່ມ #1. ຖ້າ​ກໍ​ລະ​ນີ​ນີ້​ເກີດ​ຂຶ້ນ, ເງິນ​ສຳ​ລັບ​ໄຕ​ມາດ​ນັ້ນ​ກໍ​ຈະ​ໃຫ້​ທັງ​ໝົດ​ແກ່​ບັນ​ດາ​ອົງ​ການ​ໃນ​ກຸ່ມ #1.  

ຖ້າ​ວ່າ ​ໃນກຸ່ມ #1 ຈຳ​ນວນ​ເງິນ​ລວ​ມ​ທັງ​ໝົດ​ທີ່​ຮ້ອງ​ຂໍ​ແມ່ນ​ໜ້ອຍກວ່າ $100K, ສະ​ນັ້ນ ທຸກ​ຄົນ​ໃນ​ກຸ່ມ​ທີ #1 ກໍ​ຈະ​ໄດ້​ຮັບ​ເງິນ​ທຶນ ແລະ​ຈາກ​ນັ້ນ ພວກ​ເຮົາ​ກໍ​ຈະ​ຍ້າຍ​ຂັ້ນ​ຕອນ​ການ​ຄັດ​ເລືອກໄປ​ສູ່​ກຸ່ມ​ທີ #2.  

ຂັ້ນ​ຕອນ​ຈະ​ຄື​ເກົ່າ ຄື​ແນ່​ໃສ່​ກຸ່ມ​ທີ່​ມີ​ສິດ​ພິ​ເສດ ຈົນ​ກວ່າ​ວ່າ ເງິນ​ທຶນ​ທັງ​ໝົດ​ໄດ້​ຖືກ​ຈັດ​ສັນ​ໝົດ​ແລ້ວ. 

ຖ້າ​ວ່າ ຄຳ​ຮ້ອງ​ຂໍ​ທຶນ​ລວມ​ກັນ​ທັງ​ໝົດ​ຂອງ​ທຸກກຸ່ມ​ມີ​ຈຳ​ນວນ​ໜ້ອຍກວ່າ $100K, ສະ​ນັ້ນ ທຸກ​ຄົນ​ໃນ​ທຸກ​ກຸ່ມ​ຈະ​ໄດ້​ຮັບ​ເລືອກ​ໃຫ້​ຮັບ​ທຶນ​ສຳ​ລັບ​ທຶນ​ໃນ​ໄຕ​ມາດ​ນັ້ນ. 

ເປັນ​ຫຍັງ​ຂັ້ນ​ຕອນ​ການ​ຄັດ​ເລືອກ​ຈຶ່ງ​ເຮັດ​ແບບ​ສຸ່ມ​ເລືອກ? 

ຖ້າ​ວ່າ ຈຳ​ນວນ​ທຶນ​ທີ່​ຮ້ອງ​ຂໍ​ລວມ​ທັງ​ໝົດ​ມີ​ຈຳ​ນວນ​ໜ້ອຍກວ່າ $100,000  (ຈຳ​ນວນ​ທີ່​ມີ​ໃຫ້​ຕໍ່​ໄຕ​ມາດ) ຂັ້ນ​ຕອນ​ການ​ຄັດ​ເລືອກ​ຜູ້​ຮັບ​ທຶນ​ Mini Grants ຈະ​ບໍ່​ແມ່ນ​ການ​ສຸ່ມ​ເລືອກ.ຖ້າ​ວ່າ ຄຳ​ຮ້ອງ​ຂໍ​ທຶນ​ລວມ​ທັງ​ໝົດ​ຫຼາຍກວ່າ $100,000, ຈາກ​ນັ້ນ ເຈົ້າ​ໜ້າ​ທີ່​ຈະ​ນຳ​ໃຊ້​ວິ​ທີ​ການ​ຄັດ​ເລືອກ​ແບບ​ສຸ່ມ​ພາຍ​ໃນ​ກຸ່ມຕ່າງໆ ​ທີ່​ມີ​ສິດ​ພິ​ເສດ. (ເບິ່ງ​ຄຳ​ຖາມ “ມີ​ການຄັດ​ເລືອກຜູ້​ຮັບທຶນ Mini Grants ແນວ​ໃດ?”)  

ຮູບ​ແບບວິ​ທີ​ການ “ໃຜ​ມາ​ກ່ອນ, ໄດ້​ກ່ອນ” ໃຫ້​ປະ​ໂຫຍດ​ແກ່​ບັນ​ດາ​ອົງ​ການ​ທີ່​ມີ​ເວ​ລາ, ພະ​ນັກ​ງານ, ແລະ​ຊັບ​ພະ​ຍາ​ກອນ​ພ້ອມ​ທີ່​ຈະ​ສະ​ໝັກເປັນ​ຜູ້​ທຳ​ອິດ. ການ​ໃຊ້​ວິ​ທີ​ເປີດ​ຮັບ​ສະ​ໝັກ​ຢ່າງ​ຕໍ່​ເນື່ອງ ແລະ​ການ​ສຸ່ມ​ເລືອກ​ໃນ​ລະ​ຫວ່າງ​ແຕ່​ລະ​ຂັ້ນ​ຕອນ​ຂອງ​ການ​ຄັດ​ເລືອກ ເປັນ​ການ​ບົ່ງ​ບອກວ່າ ທຸກ​ອົງ​ການກຳ​ລັງ​ສະ​ໝັກ​ພາຍ​ໃຕ້​ສະ​ພາບ​ການ​ທີ່​ບໍ່ເທົ່າ​ທຽມ​ກັນ.  

ເປັນ​ຫຍັງ​ຈຶ່ງ​ຕ້ອງ​ມີ​ການ​ປະ​ກັນ​ໄພ​ສຳ​ລັ​ບ​ທຶນ​ຊ່ວຍ​ເຫຼືອ? 

ເມືອງ​ພອ​ທ​ແລນ​ດ໌​ກຳ​ນົດ​ລະ​ດັບ​ການ​ຄຸ້ມ​ຄອງ​ຂອງ​ປະ​ກັນ​ໄພ ໂດຍ​ຂຶ້ນ​ຢູ່​ກັບ​ກິດ​ຈະ​ກຳ​ຕ່າງໆ ທີ່​ໄດ້​ຮັບ​ທຶນ ເພື່ອ​ຮັບ​ປະ​ກັນ​ວ່າ ທັງ​ສາ​ທາ​ລະ​ນະ ແລະ​ຜູ້​ຮັບ​ທຶນ​ມີ​ເຄື່ອງ​ມື​ທາງ​ການ​ເງິນ​ທີ່​ຈະ​ໃຊ້​ໃນ​ການ​ຄຸ້ມ​ຄອງ ຖ້າ​ເກີດ​ເຫດ​ການ​ທີ່ບໍ່​ໄດ້​ຄາດ​ໝາຍ​ໄວ້ໃດໆ.​ຂໍ້​ກຳ​ນົດ​ການ​ປະ​ກັນ​ໄພ​ແມ່ນ​ແຕກ​ຕ່າງ​ກັນ​ໄປ ຂຶ້ນ​ຢູ່​ກັບ ວິ​ທີ​ການ​ໃນ​ການ​ໃຊ້​ເງິນ​ທຶນ.ເຈົ້າ​ໜ້າ​ທີ່​ຈະ​ແຈ້ງ​ໃຫ້​ຜູ້​ຮັບ​ທຶນ​ຮູ້​ຈັກ​ລະ​ດັບ​ການ​ຄຸ້ມ​ຄອງ​ຂອງ​ປະ​ກັນ​ໄພ​ທີ່​ຕ້ອງ​ການ. 

ຂໍ້​ກຳ​ນົດ​ຂອງ​ການ​ປະ​ກັນ​ໄພ​ທີ່​ເປັນ​ໄປ​ໄດ້​ບາງ​ປ​ະ​ເພດ​ມີ​ຫຍັງ​ແດ່? 

ປະ​ເພດ​ແລະ​ລະ​ດັບ​ການ​ຄຸ້ມ​ຄອງ​ຂອງ​ປະ​ກັນ​ໄພ​ທີ່​ຕ້ອງ​ການ​ນັ້ນ​ຈະ​ຂຶ້ນ​ຢູ່​ກັບ​ວ່າ ຜູ້​ສະ​ໝັກ​ສະ​ເໜີ​ທີ່​ຈະ​ໃຊ້​ເງິນ​ທຶນ​ແນວ​ໃດ ຖ້າ​ວ່າ​ໄດ້​ຮັບ​ເລືອກ.ຖ້າ​ວ່າ ທ່ານ​ຖືກ​ເລືອກ​ໃຫ້​ຮັບ​ທຶນ, ເຈົ້າ​ໜ້າ​ທີ່​ຈະ​ແຈ້ງ​ໃຫ້​ທ່ານ​ຮູ້​ກ່ຽວ​ກັບ​ຂໍ້​ກຳ​ນົດ​ດ້ານ​ປະ​ກັນ​ໄພ​ສຳ​ລັບ​ທຶນຊ່ວຍ​ເຫຼືອ​ຂອງ​ທ່ານ. ຂໍ້​ກຳ​ນົດ​ການ​ປະ​ກັນ​ໄພ​ທີ່​ເປັນ​ໄປ​ໄດ້ ລວມ​ມີ (ແຕ່ບໍ່​ຈຳ​ກັດ​ຢູ່​ແຕ່): 

  • ຄ່າ​ຕອບ​ແທນ​ແຮງ​ງານ ຫຼື ການ​ຍົກ​ເວັ້ນ (ກົດ​ໝາຍ​ຣັ​ຖ) 
  • ຄວາມ​ຮັບ​ຜິດ​ຊອບ​ທົ່ວ​ໄປ​ໃນ​ທາງ​ການ​ຄ້າ 
  • ຄວາມ​ຮັບ​ຜິດ​ຊອບ​ດ້ານ​ລົດ​ຍົນ (ເມື່ອ​ນຳ​ໃຊ້​ລົດ​ສຳ​ລັບ​ກິດ​ຈະ​ກຳ​ຕ່າງໆ ທີ່​ໄດ້​ຮັບ​ທຶນ) 
  • ການ​ຮັບ​ຮອງ​ການ​ຮັບ​ປະ​ກັນ​ເພີ່ມ​ເຕີມ (ເມື່ອ​ເຮັດ​ວຽກ​ໂດຍ​ກົງ​ກັບ​ສາ​ທາ​ລະ​ນະ/ສະ​ມາ​ຊິກ​ໃນ​ຊຸມ​ຊົນ)   
  • ກໍ​ລະ​ນີ​ການ​ຖືກ​ຂົ່ມ​ເຫັງ/ການ​ກະ​ທຳ​ຜິດ (ເມື່ອ​ເຮັດ​ວຽກ​ກັບ​ເດັກ ຫຼື ປະ​ຊາ​ຊົນ​ກຸ່ມ​ຜູ້​ອ່ອນ​ແອອື່ນໆ) 

ໂຄງ​ການ​ຈະ​ຮັບ​ປະ​ກັນ​ແນວ​ໃດ​ວ່າ ເງິນ​ທຶນ​ນັ້ນ​ຖືກ​ນຳ​ໃຊ້ ແລະ​ເປັນ​ໄປ​ຕາມ​ເປົ້າ​ໝາຍ​ຂອງ PCEF? 

ຜູ້​ຮັບ​ທຶນ​ທຸກ​ຄົນ​ຈະ​ຕ້ອງ​ລາຍ​ງານ​ວ່າ ເງິນ​ທຶນ​ຂອງ​ຕົນ​ນັ້ນ​ໄດ້​ມີ​ສ່ວນຊ່ວຍ​ເຫຼືອແນວ​ໃດແດ່ ຕາມ​ເປົ້າ​ໝາຍຂອງ PCEF ໃນ​ການ​ແກ້​ໄຂ​ບັນ​ຫາ​ການ​ປ່ຽນ​ແປງ​ສະ​ພາບ​ດິນ​ຟ້າ​ອາ​ກາດ ແລະ​ສົ່ງ​ເສີມ​ຄວາມ​ເປັນ​ທັມ​ທາງ​ເຊື້ອ​ຊາດ​ແລະ​ສັງ​ຄົມ? ນອກ​ຈາກ​ນີ້ ເຂົາ​ເຈົ້າ​ຍັງ​ຈະ​ຖືກ​ຂໍ​ໃຫ້​ລາຍ​ງານ​ຂໍ້​ມູນ​ກ່ຽວ​ກັບ​ກິດ​ຈະ​ກຳ​ຕ່າງໆ ທີ່​ໄດ້​ຮັບ​ທຶນ. ຍົກຕົວ​ຢ່າງ, ຖ້າ​ວ່າ​ທຶນ​ຊ່ວຍ​ເຫຼືອ​ນັ້ນ​ໄດ້​ຖືກ​ນຳ​ໃຊ້​ເພື່ອ​ຈ່າຍ​ຄ່າ​ຈ້າງ​ພະ​ນັກ​ງານ, ຜູ້​ຮັບ​ທຶນ​ຈະຕ້ອງໃຫ້ຂໍ້​ມູນ ເຊັ່ນ​ວ່າ: ຈຳ​ນວນ​ຊົ່ວ​ໂມງ​ທີ່​ພະ​ນັກ​ງານ​ເຮັດ​ວຽກ, ອັດ​ຕາ​ຄ່າ​ຈ້າງ, ກິດ​ຈະ​ກຳ​ຂອງ​ພະ​ນັກ​ງານ​ໃນ​ລະ​ຫວ່າງ​ຊົ່ວ​ໂມງ​ທີ່​ໄດ້​ຮັບ​ຄ່າ​ຈ້າງ, ຜົນ​ອອກ​ມາ/ຜົນ​ງານ (ເຊັ່ນ ສາ​ມາດ​ເຂົ້າ​ເຖິງ​ກຸ່ມ​ປະ​ຊາ​ຊົນ​ເປົ້າ​ໝາຍ, ງານ​ກິດ​ຈະ​ກຳທີ່​ຈັດ​ຕ່າງໆ, ອື່ນໆ). 

ເຈົ້າ​ໜ້າ​ທີ່​ຂອງ PCEF ຈະ​ຈັດ​ຫາ​ລາຍ​ງານ​ປ​ະ​ຈຳ​ໄຕ​ມາດ​ໃຫ້​ແກ່ ຄະ​ນະ​ກຳ​ມະ​ການ​ພິ​ຈາ​ລະ​ນາ​ທຶນ PCEF  ໂດຍ​ລວມ​ເຖິງ ຊື່​ຂອງ​ຜູ້​ຮັບ​ທຶນ, ຂໍ້​ມູນ​ກ່ຽວ​ກັບ​ການ​ຂໍ​ທຶນ, ຂໍ້​ມູນ​ກ່ຽວ​ກັບ​ກິດ​ຈະ​ກຳ​ທີ່​ໄດ້​ຮັບ​ທຶນ, ແລະ​ຄວາມ​ສຳ​ເລັດ​ໃດໆ ແລະ/ຫຼື ບັນ​ຫາ​ອຸ​ປະ​ສັກ​ຕ່າງໆ ທີ່​ໂຄງ​ການ​ໄດ້​ປະ​ເຊີນ. 

ຫຼັງຈາກເກົ້າ​ເດືອນ ເຈົ້າ​ໜ້າ​ທີ່​ຈະ​ປະ​ເມີນ​ຜົນ​ການ​ປະ​ຕິ​ບັດ​ວຽກ​ງານ​ຂອງ​ໂຄງ​ການ, ລວມ​ເຖິງ ແຕ່ບໍ່​ຈຳ​ກັດ​ຢູ່​ແຕ່ ການກວດ​ກາ​ຄືນ​ປະ​ເພດ ແລະ​ຂະ​ໜາດ​ຂອງ​ອົງ​ການ​ທີ່​ຮັບ​ເງິນ​ທຶນ, ປ​ະ​ສົບ​ການ​ຂອງ​ຜູ້​ສະ​ໝັກ/ຜູ້​ຮັບ​ທຶນ, ຈຳ​ນວນ​ເງິນ​ທຶນ, ແລະ​ການ​ໃຊ້​ເງິນ​ທຶນ, ຂໍ້​ກຳ​ນົດການ​ສະ​ໝັກ ແລະການ​ລາຍ​ງານ.ເຈົ້າ​ໜ້າ​ທີ່​ຈະ​ນຳ​ໃຊ້​ຜົນ​ອອກ​ມາ​ຂອງ​ການ​ປະ​ເມີນ​ຜົນ ເພື່ອ​ສະ​ເໜີ​ການ​ປ່ຽນ​ແປງ​ຕໍ່​ໂຄງ​ການ ເພື່ອ​ການ​ອະ​ນຸ​ມັດ​ຂອງ​ຄະ​ນະ​ກຳ​ມະ​ການ​ພິ​ຈາ​ລະ​ນາ​ທຶນ.