ເປັນຫຍັງຈຶ່ງຕ້ອງແມ່ນທຶນ Mini Grants?
ກຸ່ມຊຸມຊົນ ແລະອົງການບໍ່ສະແຫວງຫາຜົນກຳໄລ ໄດ້ຖາມຫາໂອກາດໃນການໄດ້ທຶນຊ່ວຍເຫຼືອ ຊຶ່ງໃຫ້ທຶນສະໜັບສະໜູນແກ່ໂຄງການຂະໜາດນ້ອຍ ແລະມີເງື່ອນໄຂດ້ານເວລາ. ບັນດາອົງການຕ່າງໆ ໂດຍສະເພາະແມ່ນ ອົງການຂະໜາດນ້ອຍ, ອາດປະສົບກັບຄວາມຫຍຸ້ງຍາກໃນການສະໝັກຂໍທຶນຊ່ວຍເຫຼືອຂະໜາດໃຫຍ່ ເນື່ອງຈາກຂາດພະນັກງານທີ່ຊຳນານການຂຽນຂໍທຶນ, ຄວາມຕ້ອງການຂອງເຂົາເຈົ້າສຳລັບແຫຼ່ງຝຶກອົບຮົມ, ແລະຄວາມປາດຖະໜາທີ່ຈະໄດ້ຮັບທຶນຊ່ວຍເຫຼືອສຳລັບໂຄງການຂະໜາດນ້ອຍຕ່າງໆ ໃນຊຸມຊົນ.
PCEF Mini Grants ແມ່ນສະໜອງຕອບຕໍ່ບັນຫາຂໍ້ກັງວົນໃຈເຫຼົ່ານີ້ ແລະຄຳຮ້ອງຂໍໂອກາດໃນການໄດ້ທຶນຊ່ວຍເຫຼືອທີ່ສາມາດເຂົ້າເຖິງໄດ້ ງ່າຍຂຶ້ນ ເພື່ອນຳໃຊ້ໃນການສະໜັບສະໜູນວຽກງານທີ່ສຳຄັນແລະສົ່ງຜົນກະທົບ ຊຶ່ງເປັນສິ່ງທີ່ອົງກອນຂະໜາດນ້ອຍ ທີ່ຂາດເຂີນແຫຼ່ງຊັບພະຍາກອນ ມັກຕ້ອງດິ້ນລົນຢູ່ເລື້ອຍໆ ເພື່ອຫາເງິນສະໜັບສະໜູນ.
ມີການຈຳກັດຈຳນວນຄັ້ງໃນການສະໝັກຂໍທຶນ Mini Grant ບໍ່?
ບັນດາອົງການບໍ່ສະແຫວງຫາຜົນກຳໄລສາມາດສະໝັກໄດ້ໜຶ່ງທຶນຕໍ່ໜຶ່ງໄຕມາດ.ອົງການຕ່າງໆ ແມ່ນໄດ້ຮັບການຊຸກຍູ້ໃຫ້ສະໝັກຂໍທຶນ Mini Grant ໃນທຸກໄຕມາດ ແຕ່ວ່າ ແຕ່ລະໃບສະໝັກຕ້ອງເປັນການຮ້ອງຂໍທີ່ມີລັກສະນະສະເພາະ ແລະບໍ່ສາມາດໃຫ້ເງິນທຶນແກ່ໂຄງການ/ກິດຈະກຳແບບດຽວກັນ (ເຊັ່ນ ອົງການບໍ່ສາມາດສະໝັກຂໍທຶນ ແລະຮັບເອົາທຶນ Mini Grant ຈຳນວນ $5,000 ສອງທຶນເພື່ອນຳໃຊ້ລວມກັນເປັນ $10,000 ໃນໂຄງການອັນດຽວໄດ້).
ທ່ານສາມາດຄາດຫວັງຫຍັງໄດ້ແດ່ ຫຼັງຈາກທ່ານສະໝັກແລ້ວ?
ຜູ້ສະໝັກຈະໄດ້ຮັບການຢືນຢັນ ຫຼັງຈາກສົ່ງໃບສະໝັກ, ພ້ອມກັບຂັ້ນຕອນຕໍ່ໄປ ແລະກຳນົດເວລາ.ຈະມີການກວດກາຄືນໃບສະໝັກທັງໝົດ ຫຼັງຈາກກາຍວັນກຳນົດສົ່ງໃນໄຕມາດແລ້ວ ຊຶ່ງໄດ້ຮັບໃບສະໝັກແລ້ວ.
ໂຄງການຈະແຈ້ງໃຫ້ຜູ້ສະໝັກຮູ້ວ່າ ເຂົາເຈົ້າໄດ້ຖືກເລືອກຫຼືບໍ່ພາຍໃນສອງອາທິດຫຼັງຈາກກາຍວັນກຳນົດສົ່ງປະຈຳໄຕມາດ.ຖ້າຜູ້ສະໝັກທີ່ມີເງື່ອນໄຂບໍ່ຖືກເລືອກ, ເຂົາເຈົ້າຈະມີໂອກາດທີ່ຈະໄດ້ຮັບການພິຈາລະນາອີກໃນໄຕມາດຕໍ່ໄປໂດຍບໍ່ຕ້ອງສະໝັກໃໝ່ອີກ.
ມີການຄັດເລືອກຜູ້ຮັບທຶນແນວໃດສຳລັບທຶນ Mini Grants?
ບັນດາອົງກອນທຸກຂະໜາດແມ່ນມີສິດທີ່ຈະສະໝັກໄດ້.ຂັ້ນຕອນການຄັດເລືອກຈະໃຫ້ສິດພິເສດແກ່ບັນດາອົງການຂະໜາດນ້ອຍກ່ອນ (ມີພະນັກງານເຮັດວຽກເຕັມເວລາໃນຮອບປີຈຳນວນສາມຄົນ ຫຼືໜ້ອຍກວ່ານັ້ນ) ຊຶ່ງມີຈຳນວນພະນັກງານທີ່ມາຈາກ ແລະຮັບໃຊ້ ຊຸມຊົນຜູ້ມີສິດພິເສດສຳລັບ PCEF.
ໃນແຕ່ລະໄຕມາດ, ຫຼັງຈາກກາຍວັນກຳນົດສົ່ງໃບສະໝັກແລ້ວ, ເຈົ້າໜ້າທີ່ຈະແຍກໃບສະໝັກເຂົ້າໃນໜຶ່ງໃນຫົກກຸ່ມ, ຕາມລາຍການຂ້າງລຸ່ມນີ້.
ກຸ່ມ 1 – ອົງການທີ່ມີຈຳນວນພະນັກງານມາຈາກຊຸມຊົນຜູ້ມີສິດພິເສດ ແລະຮັບໃຊ້ຊຸມຊົນຜູ້ມີສິດພິເສດສຳລັບ PCEF, ມີພະນັກງານ 3 ຄົນ ຫຼືໜ້ອຍກວ່ານັ້ນໃນຮອບປີ, ແລະເປັນຜູ້ສະໝັກຄັ້ງທຳອິດ
ກຸ່ມ 2 – ອົງການທີ່ມີຈຳນວນພະນັກງານມາຈາກຊຸມຊົນຜູ້ມີສິດພິເສດ ແລະຮັບໃຊ້ຊຸມຊົນຜູ້ມີສິດພິເສດສຳລັບ ັ້ງທຳອິດ ຍກໃບສະໝັກເຂົ້າໃນໜຶ່ງໃນຫົກກຸ່ມ, ຕາມລາຍPCEF, ມີພະນັກງານໃນຮອບປີຈຳນວນ 4 ຄົນ ຫຼື ຫຼາຍກວ່ານັ້ນ, ແລະເປັນຜູ້ສະໝັກຄັ້ງທຳອິດ
ກຸ່ມ 3 – ບັນດາອົງການອື່ນໆ ທັງໝົດ ຊຶ່ງເປັນຜູ້ສະໝັກຄັ້ງທຳອິດ.
ກຸ່ມ 4 – ອົງການທີ່ມີຈຳນວນພະນັກງານທີ່ມາຈາກຊຸມຊົນຜູ້ມີສິດພິເສດ ແລະຮັບໃຊ້ຊຸມຊົນຜູ້ມີສິດພິເສດສຳລັບ PCEF, ມີພະນັກງານເຮັດວຽກໃນຮອບປີ ຈຳນວນ 3 ຄົນ ຫຼື ໜ້ອຍກວ່ານັ້ນ, ແລະໄດ້ຮັບທຶນຂະໜາດນ້ອຍແລ້ວ.
ກຸ່ມ 5 – ອົງການທີ່ມີຈຳນວນພະນັກງານທີ່ມາຈາກຊຸມຊົນຜູ້ມີສິດພິເສດ ແລະຮັບໃຊ້ຊຸມຊົນຜູ້ມີສິດພິເສດສຳລັບ PCEF, ມີພະນັກງານເຮັດວຽກໃນຮອບປີ ຈຳນວນ 4 ຄົນ ຫຼື ຫຼາຍກວ່ານັ້ນ, ແລະໄດ້ຮັບທຶນຂະໜາດນ້ອຍແລ້ວ.
ກຸ່ມ 6 - ບັນດາອົງການອື່ນໆ ທັງໝົດ ທີ່ໄດ້ຮັບທຶນຊ່ວຍເຫຼືອຂະໜາດນ້ອຍແລ້ວ
ຖ້າໃນກຸ່ມ #1 ຈຳນວນເງິນທຶນລວມທັງໝົດທີ່ຮ້ອງຂໍບໍ່ເກີນ $100K, ພວກເຮົາຈະໃຊ້ການຄັດເລືອກແບບສຸ່ມ ເພື່ອເລີອກຜູ້ທີ່ຈະໄດ້ຮັບເງິນທຶນຈາກກຸ່ມ #1. ຖ້າກໍລະນີນີ້ເກີດຂຶ້ນ, ເງິນສຳລັບໄຕມາດນັ້ນກໍຈະໃຫ້ທັງໝົດແກ່ບັນດາອົງການໃນກຸ່ມ #1.
ຖ້າວ່າ ໃນກຸ່ມ #1 ຈຳນວນເງິນລວມທັງໝົດທີ່ຮ້ອງຂໍແມ່ນໜ້ອຍກວ່າ $100K, ສະນັ້ນ ທຸກຄົນໃນກຸ່ມທີ #1 ກໍຈະໄດ້ຮັບເງິນທຶນ ແລະຈາກນັ້ນ ພວກເຮົາກໍຈະຍ້າຍຂັ້ນຕອນການຄັດເລືອກໄປສູ່ກຸ່ມທີ #2.
ຂັ້ນຕອນຈະຄືເກົ່າ ຄືແນ່ໃສ່ກຸ່ມທີ່ມີສິດພິເສດ ຈົນກວ່າວ່າ ເງິນທຶນທັງໝົດໄດ້ຖືກຈັດສັນໝົດແລ້ວ.
ຖ້າວ່າ ຄຳຮ້ອງຂໍທຶນລວມກັນທັງໝົດຂອງທຸກກຸ່ມມີຈຳນວນໜ້ອຍກວ່າ $100K, ສະນັ້ນ ທຸກຄົນໃນທຸກກຸ່ມຈະໄດ້ຮັບເລືອກໃຫ້ຮັບທຶນສຳລັບທຶນໃນໄຕມາດນັ້ນ.
ເປັນຫຍັງຂັ້ນຕອນການຄັດເລືອກຈຶ່ງເຮັດແບບສຸ່ມເລືອກ?
ຖ້າວ່າ ຈຳນວນທຶນທີ່ຮ້ອງຂໍລວມທັງໝົດມີຈຳນວນໜ້ອຍກວ່າ $100,000 (ຈຳນວນທີ່ມີໃຫ້ຕໍ່ໄຕມາດ) ຂັ້ນຕອນການຄັດເລືອກຜູ້ຮັບທຶນ Mini Grants ຈະບໍ່ແມ່ນການສຸ່ມເລືອກ.ຖ້າວ່າ ຄຳຮ້ອງຂໍທຶນລວມທັງໝົດຫຼາຍກວ່າ $100,000, ຈາກນັ້ນ ເຈົ້າໜ້າທີ່ຈະນຳໃຊ້ວິທີການຄັດເລືອກແບບສຸ່ມພາຍໃນກຸ່ມຕ່າງໆ ທີ່ມີສິດພິເສດ. (ເບິ່ງຄຳຖາມ “ມີການຄັດເລືອກຜູ້ຮັບທຶນ Mini Grants ແນວໃດ?”)
ຮູບແບບວິທີການ “ໃຜມາກ່ອນ, ໄດ້ກ່ອນ” ໃຫ້ປະໂຫຍດແກ່ບັນດາອົງການທີ່ມີເວລາ, ພະນັກງານ, ແລະຊັບພະຍາກອນພ້ອມທີ່ຈະສະໝັກເປັນຜູ້ທຳອິດ. ການໃຊ້ວິທີເປີດຮັບສະໝັກຢ່າງຕໍ່ເນື່ອງ ແລະການສຸ່ມເລືອກໃນລະຫວ່າງແຕ່ລະຂັ້ນຕອນຂອງການຄັດເລືອກ ເປັນການບົ່ງບອກວ່າ ທຸກອົງການກຳລັງສະໝັກພາຍໃຕ້ສະພາບການທີ່ບໍ່ເທົ່າທຽມກັນ.
ເປັນຫຍັງຈຶ່ງຕ້ອງມີການປະກັນໄພສຳລັບທຶນຊ່ວຍເຫຼືອ?
ເມືອງພອທແລນດ໌ກຳນົດລະດັບການຄຸ້ມຄອງຂອງປະກັນໄພ ໂດຍຂຶ້ນຢູ່ກັບກິດຈະກຳຕ່າງໆ ທີ່ໄດ້ຮັບທຶນ ເພື່ອຮັບປະກັນວ່າ ທັງສາທາລະນະ ແລະຜູ້ຮັບທຶນມີເຄື່ອງມືທາງການເງິນທີ່ຈະໃຊ້ໃນການຄຸ້ມຄອງ ຖ້າເກີດເຫດການທີ່ບໍ່ໄດ້ຄາດໝາຍໄວ້ໃດໆ.ຂໍ້ກຳນົດການປະກັນໄພແມ່ນແຕກຕ່າງກັນໄປ ຂຶ້ນຢູ່ກັບ ວິທີການໃນການໃຊ້ເງິນທຶນ.ເຈົ້າໜ້າທີ່ຈະແຈ້ງໃຫ້ຜູ້ຮັບທຶນຮູ້ຈັກລະດັບການຄຸ້ມຄອງຂອງປະກັນໄພທີ່ຕ້ອງການ.
ຂໍ້ກຳນົດຂອງການປະກັນໄພທີ່ເປັນໄປໄດ້ບາງປະເພດມີຫຍັງແດ່?
ປະເພດແລະລະດັບການຄຸ້ມຄອງຂອງປະກັນໄພທີ່ຕ້ອງການນັ້ນຈະຂຶ້ນຢູ່ກັບວ່າ ຜູ້ສະໝັກສະເໜີທີ່ຈະໃຊ້ເງິນທຶນແນວໃດ ຖ້າວ່າໄດ້ຮັບເລືອກ.ຖ້າວ່າ ທ່ານຖືກເລືອກໃຫ້ຮັບທຶນ, ເຈົ້າໜ້າທີ່ຈະແຈ້ງໃຫ້ທ່ານຮູ້ກ່ຽວກັບຂໍ້ກຳນົດດ້ານປະກັນໄພສຳລັບທຶນຊ່ວຍເຫຼືອຂອງທ່ານ. ຂໍ້ກຳນົດການປະກັນໄພທີ່ເປັນໄປໄດ້ ລວມມີ (ແຕ່ບໍ່ຈຳກັດຢູ່ແຕ່):
- ຄ່າຕອບແທນແຮງງານ ຫຼື ການຍົກເວັ້ນ (ກົດໝາຍຣັຖ)
- ຄວາມຮັບຜິດຊອບທົ່ວໄປໃນທາງການຄ້າ
- ຄວາມຮັບຜິດຊອບດ້ານລົດຍົນ (ເມື່ອນຳໃຊ້ລົດສຳລັບກິດຈະກຳຕ່າງໆ ທີ່ໄດ້ຮັບທຶນ)
- ການຮັບຮອງການຮັບປະກັນເພີ່ມເຕີມ (ເມື່ອເຮັດວຽກໂດຍກົງກັບສາທາລະນະ/ສະມາຊິກໃນຊຸມຊົນ)
- ກໍລະນີການຖືກຂົ່ມເຫັງ/ການກະທຳຜິດ (ເມື່ອເຮັດວຽກກັບເດັກ ຫຼື ປະຊາຊົນກຸ່ມຜູ້ອ່ອນແອອື່ນໆ)
ໂຄງການຈະຮັບປະກັນແນວໃດວ່າ ເງິນທຶນນັ້ນຖືກນຳໃຊ້ ແລະເປັນໄປຕາມເປົ້າໝາຍຂອງ PCEF?
ຜູ້ຮັບທຶນທຸກຄົນຈະຕ້ອງລາຍງານວ່າ ເງິນທຶນຂອງຕົນນັ້ນໄດ້ມີສ່ວນຊ່ວຍເຫຼືອແນວໃດແດ່ ຕາມເປົ້າໝາຍຂອງ PCEF ໃນການແກ້ໄຂບັນຫາການປ່ຽນແປງສະພາບດິນຟ້າອາກາດ ແລະສົ່ງເສີມຄວາມເປັນທັມທາງເຊື້ອຊາດແລະສັງຄົມ? ນອກຈາກນີ້ ເຂົາເຈົ້າຍັງຈະຖືກຂໍໃຫ້ລາຍງານຂໍ້ມູນກ່ຽວກັບກິດຈະກຳຕ່າງໆ ທີ່ໄດ້ຮັບທຶນ. ຍົກຕົວຢ່າງ, ຖ້າວ່າທຶນຊ່ວຍເຫຼືອນັ້ນໄດ້ຖືກນຳໃຊ້ເພື່ອຈ່າຍຄ່າຈ້າງພະນັກງານ, ຜູ້ຮັບທຶນຈະຕ້ອງໃຫ້ຂໍ້ມູນ ເຊັ່ນວ່າ: ຈຳນວນຊົ່ວໂມງທີ່ພະນັກງານເຮັດວຽກ, ອັດຕາຄ່າຈ້າງ, ກິດຈະກຳຂອງພະນັກງານໃນລະຫວ່າງຊົ່ວໂມງທີ່ໄດ້ຮັບຄ່າຈ້າງ, ຜົນອອກມາ/ຜົນງານ (ເຊັ່ນ ສາມາດເຂົ້າເຖິງກຸ່ມປະຊາຊົນເປົ້າໝາຍ, ງານກິດຈະກຳທີ່ຈັດຕ່າງໆ, ອື່ນໆ).
ເຈົ້າໜ້າທີ່ຂອງ PCEF ຈະຈັດຫາລາຍງານປະຈຳໄຕມາດໃຫ້ແກ່ ຄະນະກຳມະການພິຈາລະນາທຶນ PCEF ໂດຍລວມເຖິງ ຊື່ຂອງຜູ້ຮັບທຶນ, ຂໍ້ມູນກ່ຽວກັບການຂໍທຶນ, ຂໍ້ມູນກ່ຽວກັບກິດຈະກຳທີ່ໄດ້ຮັບທຶນ, ແລະຄວາມສຳເລັດໃດໆ ແລະ/ຫຼື ບັນຫາອຸປະສັກຕ່າງໆ ທີ່ໂຄງການໄດ້ປະເຊີນ.
ຫຼັງຈາກເກົ້າເດືອນ ເຈົ້າໜ້າທີ່ຈະປະເມີນຜົນການປະຕິບັດວຽກງານຂອງໂຄງການ, ລວມເຖິງ ແຕ່ບໍ່ຈຳກັດຢູ່ແຕ່ ການກວດກາຄືນປະເພດ ແລະຂະໜາດຂອງອົງການທີ່ຮັບເງິນທຶນ, ປະສົບການຂອງຜູ້ສະໝັກ/ຜູ້ຮັບທຶນ, ຈຳນວນເງິນທຶນ, ແລະການໃຊ້ເງິນທຶນ, ຂໍ້ກຳນົດການສະໝັກ ແລະການລາຍງານ.ເຈົ້າໜ້າທີ່ຈະນຳໃຊ້ຜົນອອກມາຂອງການປະເມີນຜົນ ເພື່ອສະເໜີການປ່ຽນແປງຕໍ່ໂຄງການ ເພື່ອການອະນຸມັດຂອງຄະນະກຳມະການພິຈາລະນາທຶນ.