information
Portland is a Sanctuary City

Find sanctuary city resources from the City of Portland's Immigrant & Refugee Program, including free legal services and state resources for reporting hate crimes, bias incidents, discrimination, and violations of Oregon's sanctuary laws.

PCEF Mini Grants ຊ່ວຍ​ເຫຼືອ

Information
Decorative graphic reads "mini grants; big impact."
ການ​ປະ​ຊຸມ​ເພື່ອ​ໃຫ້ຂໍ້​ມູນ ແລະ​ຊົ່ວ​ໂມງ​ຊ່ວຍ​ເຫຼືອ​ແມ່ນ​ມີ​ໃຫ້​ເພື່ອ​ຊ່ວຍ​ເຫຼືອ​ບັນ​ດາ​ຜູ້​ສົນ​ໃຈ​ທີ່​ຈະ​ຮຽນ​ຮູ້​ຕື່ມ ແລະ​ສະ​ໝັກ​ຂໍ​ທຶນ Mini Grants.

ການ​ປະ​ຊຸມ​ເພື່ອໃຫ້​ຂໍ້​ມູນ 

ການ​ປະ​ຊຸມ​ເພື່ອໃຫ້ຂໍ້​ມູນ​ທາງ​ອອນ​ລາຍ ເພື່ອ​ສົນ​ທະ​ນາ​ກ່ຽວ​ກັບທຶນ PCEF Mini Grants ຈະ​ຖືກ​ຈັດ​ຂຶ້ນ​ຕະ​ຫຼອດ​ທັງ​ປີ. ​ການ​ປະ​ຊຸມຈະ​ມີ​ເນື້ອ​ໃນ​ກ່ຽວ​ກັບການ​ມີ​ສິດ​ເໝາະ​ສົມ, ວິ​ທີ​ການ​ສະ​ໝັກ​ຂໍ​ທຶນ Mini Grant, ແລະຊ່ວງ​ເວ​ລາ​ສຳ​ລັບ​ການຖາມແລະຕອບ. 

ການ​ປະ​ຊຸມ​ໃຫ້ຂໍ້​ມູນ​ບາງ​ຢ່າງ ແມ່ນ​ແນ່​ໃສ່ບາງ​ກຸ່ມ​ສະ​ເພາະ ເພື່ອ​ຮັບ​ປະ​ກັນ​ວ່າ ເປັນ​ສະ​ຖານ​ທີ່​ທີ່​ປອດ​ໄພ​ສຳ​ລັບ​ຜູ້​ສະ​ໝັກ​ທີ່​ເປັນ​ໄປ​ໄດ້ທຸກ​ຄົນ ເພື່ອ​ໃຫ້​ເຂົ້າ​ຮ່ວມ ແລະ​ເພື່ອ​ໃຫ້​ເກີດ​ການ​ສົນ​ທະ​ນາ​ຫາ​ລື​ທີ່​ກ່ຽວ​ຂ້ອງ.   ພວກ​ເຮົາ​ຍິນ​ດີ​ຕ້ອນ​ຮັບ​ທຸກ​ຄົນ​ທີ່​ເຂົ້າ​ຮ່ວມ​ໃນ​ການ​ປະ​ຊຸມ​ໃດໆ, ເຖິງ​ແມ່ນ​ວ່າ ພວກ​ເຮົາ​ຈະ​ເຊີນ​ຜູ້​ເຂົ້າ​ຮ່ວມ​ເພື່ອ​ໃຫ້​ມີ​ເວ​ລາ​ເວົ້າ​ລົມເປັນ​ພິ​ເສດ​​ສຳ​ລັບບັນ​ດາ​ສະ​ມາ​ຊິກ​ທີ່​ເປັນ​ກຸ່ມ​ເປົ້າ​ໝາຍ. ການ​ບັນ​ທຶກ​ການ​ປະ​ຊຸມ​ໃຫ້​ຂໍ້​ມູນ​ທີ່​ຄອບ​ຄຸມ​ທົ່ວ​ຊຸມ​ຊົນ​ນີ້​ຈະ​ມີ​ໃຫ້​ຢູ່​ທີ່​ເວັບ​ໄຊ​ຂອງ​ພວກ​ເຮົາ. 

ຊົ່ວ​ໂມງ​ຊ່ວຍ​ເຫຼືອ 

​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​ກ່ຽວ​ກັບ​ການ​ສະ​ໝັກ​ຂໍ​ທຶນ Mini Grant ບໍ່? ຫຼື ທ່ານ​ຕ້ອງ​ການສະ​ຖານ​ທີ່​ສະ​ເພາະ ແລະ​ຂະ​ໜາດ​ນ້ອຍ ເພື່​ອ​ຖາມ​ຄຳ​ຖາມບໍ່? ທ່ານ​ຕ້ອງ​ການ​ພຽງ​ແຕ່​ສະ​ຖານ​ທີ່​ສຳ​ລັບ​ຂຽນ ແລະ​ໄດ້​ຮັບ​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ຂອງ​ທ່ານ​ໃນ​ເວ​ລາ​ດຽວ​ກັນ​ແມ່ນບໍ່? ເຈົ້າ​ໜ້າ​ທີ່ PCEF ຈະ​ພ້ອມ​ໃຫ້​ຄວາມ​ຊ່ວຍ​ເຫຼືອທາງອອນ​ລາຍໃນ​ຊົ່ວ​ໂມງ​ຊ່ວຍ​ເຫຼືອເພື່ອ​ຕອບ​ຄຳ​ຖາມ, ຊ່ວຍ​ດ້ານ​ເຕັກ​ໂນ​ໂລ​ຊີ, ຫຼື ສະ​ໜັບ​ສະ​ໜູນ​ໃນ​ດ້ານ​ອື່ນໆ. ຊົ່ວ​ໂມງ​ຊ່ວຍ​ເຫຼືອ​ແມ່ນ​ຈຳ​ກັດ​ໃຫ້​ແກ່​ຜູ້​ເຂົ້າ​ຮ່ວມ 8 ຄົນ​ເທົ່າ​ນັ້ນ ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ ຜູ້​ເຂົ້າ​ຮ່ວມ​ແຕ່​ລະ​ຄົນ​ຈະ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່ ແລະ​ຊ່ວຍ​ເຫຼືອ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ.  

ລົງ​ທະ​ບ​ຽນ​ສຳ​ລັບ​ຊົ່ວ​ໂມງ​ຊ່ວຍ​ເຫຼືອ

ທ່ານ​ສາ​ມາດລົງ​ຊື່ໄດ້​ຈົນ​ຮອດວັນ​ກ່ອນວັນງານ. 

ຊົ່ວ​ໂມງ​ຊ່ວຍ​ເຫຼືອ​ໃຫ້ບໍ​ລິ​ການ​​ໃນລະ​ຫວ່າງ​ເດືອນ​ມິ​ຖຸ​ນາ ຮອດ ສິງ​ຫາ 2021 ທຸກວັນ​ພຸດ​ເວັ້ນ​ພຸດ ຕັ້ງ​ແຕ່​ເວ​ລາ  1-2 ໂມງ​ບ່າຍ ແລະ​ທຸກວັນ​ເສົາ​ເວັ້ນ​ເສົາ ຕັ້ງ​ແຕ່​ເວ​ລາ 9-10 ໂມງ​ເຊົ້າ: 

  • ທຸກວັນ​ພຸດ ເວ​ລາ 1-2 ໂມງ​ບ່າຍ: 6/23, 7/7, 7/21, 8/4, 8/18 
  • ທຸກວັນ​ເສົາ ເວ​ລາ 9-10am: 7/17, 7/31, 8/14, 8/28 

ຄຳ​ຖາມ​ເພີ່ມ​ເຕີມ

​ມີ​ຄຳ​ຖາມ​ດ່ວນ ແລະ​ບໍ່​ສາ​ມາດ​ລໍ​ຖ້າ​ຈົນ​ຮອດ​​ການ​ປະ​ຊຸມໃຫ້​ຂໍ້​ມູນ ຫຼື​ຊົ່ວ​ໂມງ​ຊ່ວຍ​ເຫຼືອ ແມ່ນບໍ່? ເບິ່ງ​ທີ່​ໜ້າ ຄຳ​ຖາມ​ທີ່​ຖາມ​ເລື້ອຍໆ ກ່ຽວ​ກັບ ທຶນ Mini Grants ເພື່ອ​ຮູ້​ຄຳ​ຕອບ, ຫຼື ທາງ​ອີ​ເມວ PCEFminigrants@portlandoregon.gov

Back to top