ສະ​ໝັກ​ຂໍ​ທຶນ PCEF Mini Grant

Service
ດ້ວຍ​ທຶນ PCEF Mini Grants, ອົງ​ການ​ຕ່າງໆ ສາ​ມາດ​ສະ​ໝັກ​ຂໍ​ທຶນ​ໄດ້​ສູງ​ເຖິງ $5,000 ສຳ​ລັບ​ກິດ​ຈະ​ກຳ​ຕ່າງໆ ທີ່​ສອດ​ຄ່ອງ​ກັບ​ເປົ້າ​ໝາຍ​ຂອງ PCEF ໃນ​ການ​ແກ້​ໄຂ​ບັນ​ຫາການ​ປ່ຽນ​ແປງ​ສະ​ພາບ​ດິນ​ຟ້າ​ອາ​ກາດ ແລະ​ການ​ສົ່ງ​ເສີມ​ຄວາມ​ເປັນ​ທັມ​ໃນ​ດ້ານ​ເຊື້ອ​ຊາດ ແລະ​ສັງ​ຄົມ. ຮຽນ​ຮູ້​ເພີ່ມ​ເຕີມ ແລະ​ສະ​ໝັກ​ມື້​ນີ້.
On this Page

ກ່ຽວ​ກັບທຶນ Mini Grants 

ສິ່ງ​ທັງ​ໝົດ​ທີ່​ຕ້ອງ​ການ ກໍ​ແມ່ນ ການ​ມີ​ແນວຄວາມ​ຄິດ​ທີ່​ຊົງ​ພະ​ລັງ. ບໍ່​ຈຳ​ເປັນ​ວ່າ ທຸກ​ການ​ກະ​ທຳຕ້ອງ​ຍິ່ງ​ໃຫຍ່ ເພື່ອ​ສ້າງ​ຜົນ​ກະ​ທົບ​ຕໍ່​ສະ​ພາບ​ດິນ​ຟ້າ​ອາ​ກາດ​ຂອງ​ພວກ​ເຮົາ ແລະ​ຊຸມ​ຊົນ​ຕ່າງໆ ຂອງ​ພວກ​ເຮົາ. PCEF Mini Grant Program (ໂຄງ​ການ​ໃຫ້​ທຶນ​ຊ່ວຍ​ເຫຼືອ​ຂະ​ໜາດ​ນ້ອຍ​ຂອງ PCEF) ແມ່ນ​ໂອ​ກາດ​ໃນ​ການ​ໃຫ້​ທຶນ​ປະ​ຈຳ​ໄຕ​ມາດ ທີ່​ສະ​ເໜີ​ທຶນ​ໃຫ້​ສູງ​ເຖິງ $5,000 ສຳ​ລັບ​ກິດ​ຈະ​ກຳ​ຕ່າງໆ ທີ່​ສອດ​ຄ່ອງ​ກັບ​ເປົ້າ​ໝາຍຂອງ PCEF ໃນ​ການ​ແກ້​ໄຂ​ບັນ​ຫາ​ການ​ປ່ຽນ​ແປງ​ສະ​ພາບ​ດິນ​ຟ້າ​ອາ​ກາດ ແລະ​ການ​ສົ່ງ​ເສີມ​ຄວາມ​ເປັນ​ທັມ​ໃນ​ດ້ານ​ເຊື້ອ​ຊາດ ແລະ​ສັງ​ຄົມ.ດ້ວຍ​ການສ້າງ​ຂຶ້ນ​ເພື່ອ​ສະ​ໜອງ​ຕອບ​ຕໍ່​ການ​ຂໍ​ຮ້ອງ​ຂອງ​ຊຸມ​ຊົນທີ່​ຕ້ອງ​ການກອງ​ທຶນ​ທີ່​ສະ​ໜອງ​ຕອບ​ແລະ​ສາ​ມາດ​ເຂົ້າ​ເຖິງ​ໄດ້, ດັ່ງ​ນັ້ນ ທຶນ   Mini Grants ຈຶ່ງໃຫ້​ໂອ​ກາດ​ແກ່​ບັນ​ດາ​ອົງ​ການ​ຕ່າງໆ ໂດຍ​ໃຫ້​ທຶນ​ສະໜັບ​ສະ​ໜູນ​ແກ່​ກິດ​ຈະ​ກຳ​ ແລະ​​ການ​ນຳ​ໃຊ້ປະ​ໂຫຍດທີ່​ຫຼາກ​ຫຼາຍ, ລວມ​ເຖິງ ໂຄງ​ການ​ຂະ​ໜາດ​ນ້ອຍ, ກິດ​ຈະ​ກຳ​ຕ່າງໆ, ແລະ​ການ​ສ້າງ​ຂີດ​ຄວາມ​ສາ​ມາດ.   

 ອົງ​ກອນ​ທຸກ​ຂະ​ໜາດ​ແມ່ນ​ມີ​ສິດ​ທີ່​ຈະ​ສະ​ໝັກຂໍ​ທຶນ ໃນ​ຂະ​ນະ​ທີ່ອົງ​ການຂະ​ໜາດ​ນ້ອຍ​ທີ່​ມາ​ຈາກ ແລະ​ນຳ​ພາ​ໂດຍ​ຊຸ​ມ​ຊົນ​ຜູ້​ມີ​ສິດ​ພິ​ເສດ​ສຳ​ລັບ PCEF ແມ່ນ​ຈະ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ​ກ່ອນ.  

ຮອບ​ທຶນ ແລະ​ກຳ​ນົດ​ວັນ​ສົ່ງ 

ການ​ສະ​ໝັກ​ແມ່ນ​ສາ​ມາດ​ເຮັດ​ໄດ້​ຢ່າງ​ຕໍ່​ເນື່ອງ. ເມື່ອ​ອົງ​ກອນ​ສະ​ໝັກ, ເຂົາ​ເຈົ້າ​ຈະ​ຖືກ​ຈັດ​ໃຫ້​ຢູ່​ໃນ​ຮອບ​ທຶນ​ຕໍ່​ໄປ​ທີ່​ມີ. ຖ້າ​ວ່າ ​ຜູ້​ສະ​ໝັກ​ບໍ່​ຖືກ​ເລືອກ​ສຳ​ລັບ​ຮອບ​ທຶນ​ໜຶ່ງ, ເຂົາ​ເຈົ້າ​ກໍ​ມີ​ທາງ​ເລືອກໂດຍໃບ​ສະ​ໝັກ​ຂອງ​ເຂົາ​ເຈົ້າຈະ​ຖືກ​ລວມ​ໂດຍ​ອັດ​ຕະ​ໂນ​ມັດຢູ່ໃນ​ການ​ພິ​ຈາ​ລະ​ນາ​ທຶນຮອບ​ຕໍ່​ໄປ​ ໂດຍບໍ່​ຕ້ອງ​ສົ່ງ​ໃບ​ສະ​ໝັກ​ອີກ. 

​ກຳ​ນົດ​ວັນ​ສຸດ​ທ້າຍ​ຂອງ​ການ​ສະ​ໝັກ​ສຳ​ລັບ​ປີ 2021-2022 

  • 1 ສິງ​ຫາ  2021  
  • 1 ຕຸ​ລາ  2021  
  • 1 ມົກ​ຣາ  2022  
  • 1 ເມ​ສາ  2022  

ກ່ອນ​ການ​ສະ​ໝັກ 

ກ່ອນ​ປະ​ກອບ​ຟອມ​ໃບ​ສະ​ໝັກ​ຂໍ​ທຶນ​ຂະ​ໜາດ​ນ້ອຍ, ກະ​ລຸ​ນາ​ເບິ່ງ​ທີ່​ໜ້າ ພາບ​ລວມ​ຂອງ​ທຶນ PCEF Mini Grant  ເພື່ອ​ອ່ານ​ຄຳ​ແນະ​ນຳ​ໂດຍ​ລະ​ອຽດ, ຂໍ້​ກຳ​ນົດ​ດ້ານ​ຄຸນ​ສົມ​ບັດ, ກຳ​ນົດ​ວັນ​ສົ່ງ, ແລະ​ລາຍ​ລະ​ອຽດ​ສຳ​ຄັນ​ອື່ນໆ ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ ທ່ານ​ເຂົ້າ​ໃຈ​ຈຸດ​ປະ​ສົງ​ຂອງ​ທຶນ​ຊ່ວຍ​ເຫຼືອ, ຂໍ້​ຈຳ​ກັດ, ແລະ​ຄວາມ​ຄາດ​ຫວັງ.

ຖ້າ​ວ່າ ມີ​ຫຼາຍຄຳ​ຖາມ, ກະ​ລຸ​ນາ ເບິ່ງ​ທີ່​ໜ້າ ຄຳ​ຖາມ​ທີ່​ຖາມ​ເລື້ອຍໆ ກ່ຽວ​ກັບ​ທຶນ Mini Grants ຂອງ​ພວກ​ເຮົາ ຫຼື ມາ​ເຂົ້າ​ຮ່ວມ​ກັບ​ພວກ​ເຮົາໃນ​ການ​ປະ​ຊຸມ​ໃຫ້​ຂໍ້​ມູນ​ທາງ​ອອນ​ລາຍ ຫຼື​ຊົ່ວ​ໂມງ​ຊ່ວຍ​ເຫຼືອ

ສະ​ໝັກ​ດຽວ​ນີ້ 

​ໄປ​ທີ່​ຟອມ​ການ​ສະ​ໝັກ​ທາງ​ອອນ​ລາຍ  

ຜູ້​ສະ​ໝັກ​ທີ່​ຢາກ​ຈະ​ຮ່າງ​ຄຳ​ຕອບ​ລົງ​ໃນ​ເອ​ກະ​ສານ​ແຍກ​ຕ່າງ​ຫາກ ສາ​ມາດ​ເບິ່ງ​ລາຍ​ການ​ຄຳ​ຖາມ​ທັງ​ໝົດ​ໄດ້​ໃນ​ຮູບ​ແບບ PDF. 

ໃນ​ຂະ​ນະ​ທີ່​ພວກ​ເຮົາ​ກໍ​ຢາກ​ໃຫ້​ຜູ້​ສະ​ໝັກ​ສົ່ງ​ໃບ​ສະ​ໝັກ​ທາງ​ອອນ​ລາຍ, ແຕ່​ວ່າ ຜູ້​ສະ​ໝັກ​ທີ່​ຢາກ​ປະ​ກອບ​ຟອມ​ສະ​ໝັກ PDF ກໍ​ສາ​ມາດ​ຍື່ນ​ສົ່ງ​ໃບ​ສະ​ໝັກ​ໄດ້​ໂດຍ​ຄັດ​ຕິດ​ໄຟ​ລ໌​ສົ່ງຜ່ານ​ທາງອີ​ເມວ​ທີ່ PCEFminigrants@portlandoregon.gov.