information
Portland is a Sanctuary City

PCEF Mini Grants (ທຶນ​ຊ່ວຍ​ເຫຼືອ​ຂະ​ໜາດ​ນ້ອຍ) (Laotian)

Information
Decorative graphic reads "mini grants; big impact."
ດ້ວຍ​ທຶນ PCEF Mini Grants, ອົງ​ການ​ຕ່າງໆ ສາ​ມາດ​ສະ​ໝັກ​ຂໍ​ທຶນ​ໄດ້​ສູງ​ເຖິງ $5,000 ສຳ​ລັບ​ກິດ​ຈະ​ກຳ​ຕ່າງໆ ທີ່​ສອດ​ຄ່ອງ​ກັບ​ເປົ້າ​ໝາຍ​ຂອງ PCEF ໃນ​ການ​ແກ້​ໄຂ​ບັນ​ຫາການ​ປ່ຽນ​ແປງ​ສະ​ພາບ​ດິນ​ຟ້າ​ອາ​ກາດ ແລະ​ການ​ສົ່ງ​ເສີມ​ຄວາມ​ເປັນ​ທັມ​ໃນ​ດ້ານ​ເຊື້ອ​ຊາດ ແລະ​ສັງ​ຄົມ. ຮຽນ​ຮູ້​ເພີ່ມ​ເຕີມ ແລະ​ສະ​ໝັກ​ມື້​ນີ້.
On this page

Mini Grants ແມ່ນ​ຫຍັງ?  

ສິ່ງ​ທັງ​ໝົດ​ທີ່​ຕ້ອງ​ການ ກໍ​ແມ່ນ ການ​ມີ​ແນວ​ຄວາມ​ຄິດ​ທີ່​ຊົງ​ພະ​ລັງ.ບໍ່​ຈຳ​ເປັນ​ວ່າ​ທຸກ​ການ​ກະ​ທຳ​ຕ້ອງ​ຍິ່ງ​ໃຫຍ່ ເພື່ອ​ສ້າງ​ຜົນ​ກະ​ທົບ​ຕໍ່​ສະ​ພາບ​ດິນ​ຟ້າ​ອາ​ກາດ​ຂອງ​ພວກ​ເຮົາ ແລະ​ຊຸມ​ຊົນຕ່າງໆ ​ຂອງ​ພວກ​ເຮົາ. PCEF Mini Grants (ທຶນ​ຊ່ວຍ​ເຫຼືອ​ຂະ​ໜາດ​ນ້ອຍ​ຂອງກອງ​ທຶນ PCEF) ແມ່ນ​ໂອ​ກາດ​ໃນ​ການ​ໃຫ້​ທຶນ​ປະ​ຈຳ​ໄຕ​ມາດ ຊຶ່ງ​ສະ​ເໜີ​ໃຫ້​ສູງ​ເຖິງ $5,000 ສຳ​ລັບ​ກິດ​ຈະ​ກຳ​ຕ່າງໆ ທີ່​ສອດ​ຄ່ອງ​ກັບ​ເປົ້າ​ໝາຍ​ຂອງ PCEF ໃນ​ການ​ແກ້​ໄຂ​ບັນ​ຫາ​ການ​ປ່ຽນ​ແປງ​ສະ​ພາບ​ດິນ​ຟ້າ​ອາ​ກາດ ແລະ​ການ​ສົ່ງ​ເສີມ​ຄວາມ​ເປັນ​ທັມ​ໃນ​ດ້ານ​ເຊື້ອ​ຊາດ ແລະ​ສັງ​ຄົມ. Mini Grants (ທຶນ​ຊ່ວຍ​ເຫຼືອ​ຂະ​ໜາດ​ນ້ອຍ) ​ນີ້​ທີ່​ສ້າງ​ຂຶ້ນ​ເພື່ອ​ສະ​ໜອງ​ຕອບ​ຕໍ່​ຄວາມ​ຄິດ​ເຫັນ​ຂອງ​ຊຸມ​ຊົນ​ນັ້ນ ໃຫ້​ໂອ​ກາດ​ແກ່​ບັນ​ດາ​ອົງ​ການ​ຕ່າງໆ ໂດຍ​ໃຫ້​ທຶນ​ສະໜັບ​ສະ​ໜູນ​ແກ່​ກິດ​ຈະ​ກຳ​ ທີ່​ຫຼາກ​ຫຼາຍ, ລວມ​ເຖິງ ການ​ຊ່ວຍ​ເຫຼືອ​ໃນ​ການ​ຂຽນໂຄງ​ການຂໍ​ທຶນ​ຊ່ວຍ​ເຫຼືອ, ໂຄງ​ການ​ຂະ​ໜາດ​ນ້ອຍ​ຕ່າງໆ, ການ​ຈັດ​ງານກິດ​ຈະ​ກຳ​ຕ່າງໆ, ແລະການ​ຝຶກ​ອົບ​ຮົມ.  

ອົງ​ກອນ​ທຸກ​ຂະ​ໜາດ​ແມ່ນ​ມີ​ສິດ​ທີ່​ຈະ​ສະ​ໝັກ ໂດຍ​ຈະ​ໃຫ້​ຄວາມ​ສຳ​ຄັນ​ແລະການ​ພິ​ຈາ​ລະ​ນາກ່ອນ ແກ່​ບັນ​ດາ​ອົງ​ການ​ຂະ​ໜາດ​ນ້ອຍ ທີ່​ມາ​ຈາກ ແລະ​ນຳ​ພາ​ໂດຍ​ຊຸມ​ຊົນ​ຜູ້​ມີ​ສິດ​ພິ​ເສດ​ສຳ​ລັບ PCEF.  

ຈຸດ​ປະ​ສົງ 

ການ​ສະ​ໝັກ​ຂໍ​ທຶນ​ຊ່ວຍ​ເຫຼືອ​ແບບ​ດັ້ງ​ເດີມ ແລະ​ຂັ້ນ​ຕອນ​ການ​ຂໍ​ທຶນ​ນັ້ນ​ແມ່ນ​ເລື່ອງ​ທ້າ​ທາຍ​ໃນ​ການ​ກຳ​ນົດ​ຫາ​ທິດ​ທາງ, ໂດຍ​ສະ​ເພາະ​ແມ່ນ ສຳ​ລັບ​ບັນ​ດາ​ກຸ່ມ​ ຫຼື ອົງ​ການ​ຂະ​ໜາດ​ໜ້ອຍ. ອົງ​ການ​ທີ່​ມີ​ຂະ​ໜາດ​ນ້ອຍກວ່າ ຍັງ​ອາດ​ເຂົ້າ​ເຖິງ​ແຫຼ່ງ​ທຶນ​ຊ່ວຍ​ເຫຼືອ​ໄດ້​ຢ່າງ​ຈຳ​ກັດ​ອີກ​ດ້ວຍ. PCEF Mini Grants ມີ​ເປົ້າ​ໝາຍ​ທີ່​ຈະ​ຫຼຸດ​ຜ່ອນ​ບັນ​ຫາ​ອຸ​ປະ​ສັກ​ສຳ​ລັບ​ບັນ​ດາ​ອົງ​ການ​ຕ່າງໆ ທີ່​ເຮັດ​ວຽກ​ພົວ​ພັນ​ດ້ານ​ສະ​ພາບ​ດິນ​ຟ້າ​ອາ​ກາດ ແລະ​ຄວາມ​ເປັນ​ທັມ​ດ້ານ​ເຊື້ອ​ຊາດ ໂດຍ​ການ​ສະ​ເໜີ​ໂອ​ກາດ​ໃນ​ການ​ໃຫ້ທຶນ​ປະ​ຈຳ​ໄຕ​ມາດ​ນີ້ ຊຶ່ງ​ຕອບ​ສະ​ໜອງ​ຕໍ່​ຄວາມ​ຕ້ອງ​ການ​ດ້ານ​ເງິນທຶນ​ຂະ​ໜາດ​ນ້ອຍ ແລະມີ​ເງື່ອນ​ໄຂ​ດ້ານ​ເວ​ລາ ໂດຍ​ຜ່ານ​ການ​ສະ​ໝັກ​ແບບ​ງ່າຍໆ.  

ຮຽນ​ຮູ້​ຕື່ມ​ກ່ຽວ​ກັບ​ວ່າ ເປັນ​ຫຍັງ PCEF ຈຶ່ງ​ສະ​ເໜີ​ໂອ​ກາດ​ໃນ​ການໃຫ້ທຶນ​  Mini Grants. 

ຈຳ​ນວນ​ເງິນ​ທຶນ 

ໂຄງ​ການທຶນ​ຊ່ວຍ​ເຫຼືອ​ຂະ​ໜາດ​ນ້ອຍ ມີ​ງົບ​ປະ​ມານ​ປະ​ຈຳ​ປີ​ລວມ​ທັງ​ໝົດ $400,000. ​ໂດຍໃຫ້​ທຶນ​ຈຳ​ນວນ $100,000 ​ໃນ​ແຕ່​ລະ​ໄຕ​ມາດ. ຜູ້​ສະ​ໝັກ​ສາ​ມາດ​ສະ​ໝັກ​ຂໍ​ທຶນ​ໄດ້​ສູງ​ສຸດ​ເຖິງ $5,000  ຕໍ່​ໄຕ​ມາດ.  

ຮຽນ​ຮູ້​ລາຍ​ລະ​ອຽດເພີ່ມ​ເຕີມ​ກ່ຽວ​ກັບ​ການ​ໃຫ້​ທຶນ ແລະ​ຂໍ້​ຈຳ​ກັດ​ໃນ​ດ້ານ​ການ​ສະ​ໝັກ. 

ຮອບ​ການ​ໃຫ້​ທຶນ ແລະ​ກຳ​ນົດ​ເວ​ລາ​ສຳ​ລັບ​ການ​ສະ​ໝັກ  

ໃນ​ທຸກ​ໄຕ​ມາດ ຈະ​ມີ​ການ​ພິ​ຈາ​ລະ​ນາ​ແລະ​ໃຫ້ທຶນ​ຊ່ວຍ​ເຫຼືອ​ຂະ​ໜາດ​ນ້ອຍ. ທ່ານ​ສາ​ມາດ​ຍື່ນ​ສົ່ງ​ໃບ​ສະ​ໝັກ​ໄດ້​ຕະ​ຫຼອດ​ເວ​ລາ ແລະ​ໃບ​ສະ​ໝັກ​ຂອງ​ທ່ານ​ຈະ​ຖືກ​ຈັດ​ໃຫ້​ຢູ່​ໃນ​ຮອບ​ການ​ໃຫ້​ທຶນ​ຮອບ​ຕໍ່​ໄປ. ຖ້າ​ວ່າ ​ຜູ້​ສະ​ໝັກ​ບໍ່​ຖືກ​ເລືອກ​ສຳ​ລັບ​ຮອບ​ທຶນ​ໜຶ່ງ, ເຂົາ​ເຈົ້າ​ກໍ​ມີ​ທາງ​ເລືອກໂດຍໃບ​ສະ​ໝັກ​ຂອງ​ເຂົາ​ເຈົ້າຈະ​ຖືກ​ລວມ​ໂດຍ​ອັດ​ຕະ​ໂນ​ມັດຢູ່ໃນ​ການ​ພິ​ຈາ​ລະ​ນາ​ທຶນຮອບ​ຕໍ່​ໄປ​ ໂດຍບໍ່​ຕ້ອງ​ສົ່ງ​ໃບ​ສະ​ໝັກ​ອີກ.   

ກຳ​ນົດ​ວັນ​ສຸດ​ທ້າຍ​ຂອງ​ການສະ​ໝັກ 

  • 1 ສິງ​ຫາ  2021 
  • 1 ຕຸ​ລາ  2021 
  • 1 ມົກ​ຣາ  2022 
  • 1 ເມ​ສາ  2022 

ຄຸນ​ສົມ​ບັດ 

  • ​ສະ​ເພາະ​ອົງ​ການບໍ່​ສະ​ແຫວງຫາ​ຜົນ​ກຳ​ໄລ, ລວມ​ເຖິງ ​ບັນ​ດາຜູ້​ສະ​ໜັບ​ສະ​ໜູນ​ທາງ​ການ​ເງິນ, ສາ​ມາດ​ສະ​ໝັກ​ໄດ້ 
  • ໂຄງ​ການ​ຕ່າງໆ ທີ່​ເປັນ​ການ​ປັບ​ປຸງ​ທາງທຳ​ມະ​ຊາດ ຕ້ອງ​ໄດ້​ເຮັດ​ພາຍ​ໃນ​ເຂດ​ເມືອງ​ພອ​ທ​ແລນ​ດ໌ ເພື່ອ​ໃຫ້​ເປັນ​ປະ​ໂຫຍດ​ຕໍ່​ບັນ​ດາ​ຜູ້​ຢູ່​ອາ​ໄສ​ຂອງ​ເມືອງ​ພອ​ທ​ແລນ​ດ໌ 
  • ​ໂຄງ​ການ​ຕ່າງໆ ທີ່ບໍ່​ແມ່ນ​ການ​ປັບ​ປຸງ​ທາງ​ທຳ​ມະ​ຊາດ ໃດໆ ຕ້ອງ​ສ້າງ​ປະ​ໂຫຍດ​ໃຫ້​ແກ່​ບັນ​ດາ​ຜູ້ຢູ່​ອາ​ໄສ​ຂອງ​ເມືອງ​ພອ​ທ​ແລນ​ດ໌ 
  • ​ການ​ຂໍ​ທຶ​ນ​ຊ່ວຍ​ເຫຼືອ​ຕ້ອງ​ເປັນ​ການ​ສົ່ງ​ເສີມ​ເປົ້າ​ໝາຍ​ຂອງ PCEF ໃນ​ການ​ແກ້​ໄຂ​ບັນ​ຫາ​ການ​ປ່ຽນ​ແປງ​ສະ​ພາບ​ດິນ​ຟ້າ​ອາ​ກາດ ແລະ​ຄວາມ​ເປັນ​ທັມ​ທາງ​ເຊື້ອ​ຊາດ ແລະ​ສັງ​ຄົມ (ເບິ່ງ ວັດ​ຖຸ​ປະ​ສົງ​ຂອງ PCEF  ເພື່ອ​ຮູ້​ຂໍ້​ມູນ​ເພີ່ມ​ເຕີມ) 
  • ອົງ​ການ​ຕ່າງໆ ສາ​ມາດ​ຍື່ນ​ສົ່ງໃບ​ສະ​ໝັກ​ຂໍ​ທຶນ​ຊ່ວຍ​ເຫຼືອ​ຂະ​ໜາດ​ນ້ອຍ​ໄດ້​ສູງ​ສຸດ  ໜຶ່ງ ທຶນ​ຕໍ່​ໜຶ່ງ​ໄຕ​ມາດ 
  • ການ​ສະ​ໝັກ​ແຕ່​ລະ​ຄັ້ງ​ຕ້ອງ​ເປັນ​ການຮ້ອງ​ຂໍ​ທີ່​ມີ​ລັກ​ສະ​ນະ​ສ​ະ​ເພາະ 
  • ການ​ຂໍ​ທຶນບໍ່​ສາ​ມາດ​ຂໍ​ເພີ່ມ ​ໃຫ້​ແກ່​ໂຄງ​ການ​ອື່ນໆ ທີ່​ໄດ້​ຮັບ​ທຶນສະ​ໜັບ​ສະ​ໜູນຈາກ PCEF. 

ຄ່າ​ໃຊ້​ຈ່າຍ​ທີ່​ມີ​ສິດ​ຕາມ​ເງື່ອນ​ໄຂ 

ການ​ຂໍ​ທຶນ​ທັງ​ໝົດ​ຕ້ອງ​ເປັນ​ການ​ຂໍ​ເພື່ອ​ສະ​ໜັບ​ສະ​ໜູນ​ເປົ້າ​ໝາຍ​ຂອງ PCEF ໃນ​ການ​ແກ້​ໄຂ​ບັນ​ຫາ​ການ​ປ່ຽນ​ແປງ​ສ​ະ​ພາບ​ດິນ​ຟ້າ​ອາ​ກາດ ແລະ​ສົ່ງ​ເສີມ​ຄວາມ​ເປັນ​ທັມ​ດ້ານ​ເຊື້ອ​ຊາດ ແລະ​ສັງ​ຄົມ. ຜູ້​ສະ​ໝັກ​ຈະ​ຕ້ອງ​ບັນ​ລະ​ຍາຍ​ກ່ຽວ​ກັບ​ການ​ຂໍ​ທຶນ​ຂອງ​ຕົນ​ເອງ ໂດຍ​ນຳ​ໃຊ້​ປະ​ເພດ​ເງິນທຶນ​ຕໍ່​ໄປ​ນີ້. 

  • ການ​ຊື້​ສິ່ງ​ຂອງ: ຕົວ​ຢ່າງ​ລວມ​ມີ ສື່ສິ່ງ​ພິມ​ຕ່າງໆ, ອາ​ຫານ​ສຳ​ລັບ​ກິດ​ຈະ​ກຳ, ການ​ຊື້​ເຕັກ​ໂນ​ໂລ​ຊີ, ການ​ສະ​ໝັກ​ເວັບ​ໄຊ, ເຄື່ອງ​ມື​ເຮັດ​ສວນ ແລະ​ວັດ​ສະ​ດຸ​ຕ່າງໆ, ເຄື່ອງ​ມື​ຕ່າງໆ 
  • ເວ​ລາ​ເຮັດ​ວຽກ​ຂອງ​ພະ​ນັກ​ງານ ແລະ​ການ​ມີ​ສ່ວນ​ຮ່ວມ​ຂອງ​ຊຸມ​ຊົນ: ຕົວ​ຢ່າງ​ລວມ​ມີ ການ​ຈ່າຍ​ຄ່າ​ຕອບ​ແທນ​ໃຫ້​ແກ່​ພະ​ນັກ​ງານ​ໃນ​ການ​ຂຽນ​ໂຄງ​ການ​ຂໍ​ທຶນ, ປະ​ຕິ​ບັດ​ວຽກ​ງານ​ໃນ​ຊຸມ​ຊົນ, ງານກິດ​ຈະ​ກຳຊຸມ​ຊົນ ແລະ​ໂຄງ​ການ​ຕ່າງໆ, ການ​ວາງ​ແຜນ​ໂຄງ​ການ, ງານ​ບໍ​ລິ​ຫານ​ຈັດ​ການ, ການ​ພັດ​ທະ​ນາ​ພາຍ​ໃນອົງ​ກອນ 
  • ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ເຂົ້າ​ຮ່ວມ ສຳ​ລັບ​ການ​ຝຶກ​ອົບ​ຮົມ, ການ​ປະ​ຊຸມ, ແລະ​ການ​ສຶກ​ສາ: ຕົວ​ຢ່າງ​ລວມ​ມີ ການ​ຈ່າຍ​ຄ່າ​ໃຊ້​ຈ່າຍ​ຕ່າງໆ ເພື່ອ​ໃຫ້​ພະ​ນັກ​ງານ​ເຂົ້າ​ຮ່ວມ​ໃນ​ການ​ປະ​ຊຸມ​ທີ່​ໃຫ້​ຄວາມ​ຮູ້, ການ​ຝຶກ​ອົບ​ຮົມ, ງານ​ກິດ​ຈະ​ກຳ​ຕ່າງໆ, ແລະ​ງານ​ສຳ​ມະ​ນາ 
  • ການ​ບໍ​ລິ​ການ​ຕາມ​ສັນ​ຍາ: ຕົວ​ຢ່າງ​ລວມ​ມີ ການ​ຈ່າຍ​ຄ່າ​ບໍ​ລິ​ການຂຽນ​ໂຄງ​ການ​ຂໍ​ທຶນ, ຄ່າ​ບໍ​ລິ​ການ​ແປ​ພາ​ສາ ແລະ​ນາຍ​ພາ​ສາ, ການ​ຈັດ​ປະ​ຊຸມ​, ຄ່າ​ອອກ​ແບບກ​ຣາ​ຟິກ, ຄ່າ​ຈ້າງສິນ​ລະ​ປິນ/ນັກ​ສະ​ແດງ, ການ​ຊ່ວຍ​ເຫຼືອ​ທາງ​ເຕັກ​ນິກ, ຄ່າປະ​ເມີນ​ຜົນ, ຄ່າ​ກວດ​ສອບ​ພະ​ລັງ​ງານ​ຕ່າງໆ 
  • ​​ຄ່າ​ໃຊ້​ຈ່າຍ​ທີ່​ກ່ຽວ​ຂ້ອງ​ກັບ​ຂໍ້​ກຳ​ນົດ​ຂອງ PCEF:  
    • ຄ່າ​ທຳ​ນຽມ​ການ​ເປັນ​ຜູ້​ສະ​ໜັບ​ສະ​ໜູນ​ທາງ​ການ​ເງິນ: ບໍ່​ເກີນ 10% ຂອງ​ຈຳ​ນວນ​ເງິນ​ທຶນ​ທັງ​ໝົດ 
    • ຄ່າ​ໃຊ້​ຈ່າຍ​ດ້ານ​ປະ​ກັນ​ໄພ​ເພີ່ມ​ເຕີມ: ຖ້າ​ວ່າ ບໍ​ລິ​ສັດ​ປະ​ກັນ​ໄພ​ຂອງ​ທ່ານ​ຮຽກ​ຮ້ອງ​ເອົາ​ຄ່າ​ທຳ​ນຽມ​ໃນ​ການ​ຈັດ​ຫາ​ເອ​ກະ​ສານ​ປະ​ກັນ​ໄພ​ທີ່​ຈຳ​ເປັນ. 

ຖ້າ​ວ່າ ທ່ານບໍ່​ແນ່​ໃຈ​ວ່າ ກິດ​ຈະ​ກຳ​ທີ່​ທ່ານ​ຢາກ​ເຮັດ​ນັ້ນ​ແມ່ນ​ມີ​ເງື່ອນ​ໄຂ​ເໝາະ​ສົມ​ສຳ​ລັບ​ທຶນ​ຊ່ວຍ​ເຫຼືອ Mini Grant ຫຼືບໍ່​ນັ້ນ ຈົ່ງ​ຕິດ​ຕໍ່ PCEFminigrants@portlandoregon.gov.

ຕົວ​ຢ່າງຂອງ​ຄຳ​ຮ້ອງ​ຂໍ​ທຶນ​ຊ່ວຍ​ເຫຼືອ​ຂະ​ໜາດ​ນ້ອຍ 

  • ເຮັດ​ສັນ​ຍາ​ກັບ​ຜູ້​ຂຽນ​ຂໍ​ທຶນ ເພື່ອ​ຊ່ວຍ​ອົງ​ການ​ຂອງ​ທ່ານ​ໃນ​ກາ​ນ​ສະ​ໝັກ​ຂໍ​ທຶນ​ຊ່ວຍ​ເຫຼືອ​ທີ່​ກ່ຽວ​ພັນ​ກັບ​ບັນ​ຫາ​ການ​ປ່ຽນ​ແປງ​ສະ​ພາບ​ດິນ​ຟ້າ​ອາ​ກາດ  
  • ​ຊື້​ຕົ້ນ​ໄມ້, ດິນ, ແລະ​ປຸ໋ຍ ສຳ​ລັບ​ໂຄງ​ການ​ປັບ​ປຸງ​ສວນ​ໃນ​ຊຸມ​ຊົນ 
  • ຈ່າຍ​ຄ່າ​ຜູ້​ຮັບ​ເໝົາ​ໃນ​ການ​ດຳ​ເນີນ​ການກວດ​ສອບ​ການ​ໃຊ້​ພະ​ລັງ​ງານ​ໃນ​ອາ​ຄານ​ຂອງ​ທ່ານ 
  • ສົ່ງ​ພະ​ນັກ​ງານໄປ​ຮັບ​ການຝຶກ​ອົບ​ຮົມ ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ລັງ​ງານ​ສະ​ອາດ  
  • ຈ່າຍ​ຄ່າ​ຈ້າງ​ໃຫ້​ແກ່​ພະ​ນັກ​ງານ ເພື່ອ​ໃຫ້​ຈັດ​ງານ​ກິດ​ຈະ​ກຳ​ພາຍນອກ​ທີ່​ກ່ຽວ​ພັນ​ກັບ​ການ​ປ່ຽນ​ແປງ​ສະ​ພາບ​ດິນ​ຟ້າ​ອາ​ກາດ 

ຂັ້ນ​ຕອນ​ການ​ຄັດ​ເລືອກ 

ອົງ​ກອນທຸກ​ຂະ​ໜາດ​ແມ່ນ​ມີ​ສິດ​ທີ່​ຈະ​ສ​ະ​ໝັກ. ຂັ້ນ​ຕອນ​ການ​ຄັດ​ເລືອກ​ຈະ​ໃຫ້​ຄວາມ​ສຳ​ຄັນ​ກັບອົງ​ການ​ຂະ​ໜາດ​ນ້ອຍກ່ອນ (ອົງ​ການ​ທີ່​ມີ​ພະ​ນັກ​ງານເຮັດ​ວຽກເຕັມ​ເວ​ລາ ໃນ​ຮອບ​ໜຶ່ງ​ປີ​ຈຳ​ນວນ​ສາມ​ຄົນ ຫຼື​ໜ້ອຍກວ່າ​ນັ້ນ) ຊຶ່ງ​ມາ​ຈາກ ແລະ​ຮັບ​ໃຊ້ ຊຸມ​ຊົນ​ຜູ້​ມີ​ສິດ​ພິ​ເສດ​ສຳ​ລັບ PCEF. ໃນ​ແຕ່​ລະ​ໄຕ​ມາດ, ເຈົ້າ​ໜ້າ​ທີ່​ຈະ​ກວດ​ກາ​ຄືນ​ບັນ​ດາໃບ​ສະ​ໝັກຕ່າງໆ ເພື່ອ​ພິ​ຈາ​ລະ​ນາ​ວ່າ ເຂົາ​ເຈົ້າມີ​ສິດ​ທີ່​ຈະ​ໄດ້​ຮັບ​ທຶນ​ຊ່ວຍ​ເຫຼືອ ຫຼືບໍ່ ຖ້າ​ວ່າ ເຂົາ​ເຈົ້າ​ມີ​ສິດ​ເໝາະ​ສົມ, ຜູ້​ສະ​ໝັກ​ນັ້ນ​ກໍ​ຈະ​ຖືກ​ຈັດ​ໃຫ້​ຢູ່​ໃນ​ກຸ່ມ​ທີ່​ມີ​ສິດ​ພິ​ເສດ ໂດຍ​ອີງ​ຕາມ​ຂະ​ໜາດ​ຂອງ​ອົງ​ການ​ຂອງ​ເຂົາ​ເຈົ້າ, ບໍ່​ວ່າ ເຂົາ​ເຈົ້າ​ຈະ​ມາ​ຈາກ ແລະ​ນຳ​ພາ​ໂດຍກຸ່ມ​ຄົນ​ທີ່​ມີ​ສິດ​ພິ​ເສດ​ສຳ​ລັບ PCEF ຫຼືບໍ່​ກໍ​ຕາມ, ແລະ​ບໍ່​ວ່າ ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ທຶນ​ຊ່ວຍ​ເຫຼືອ​ຂະ​ໜາດ​ນ້ອຍ​ມາ​ກ່ອນ​ແລ້ວ​ໃນ​ປີ​ກ່ອນ​ໜ້າ​ນັ້ນ​ກໍ​ຕາມ.  

ຖ້າ​ວ່າ ຍອດ​ລວມ​ຂອງ​ທຶນ​ທີ່​ຂໍ​ໃນ​ໜຶ່ງ​ໄຕ​ມາດ​ນັ້ນ ມີ​ຈຳ​ນວນ​ຫຼາຍກວ່າ $100,000 ທີ່​ມີ​ຢູ່, ເຈົ້າ​ໜ້າ​ທີ່​ຈະ​ເລືອກ​ຜູ້​ສະ​ໝັກ​ໂດຍ​ນຳ​ໃຊ້​ລະ​ບົບ​ການ​ຄັດ​ເລືອກ​ແບບ​ສຸ່ມ ພາຍ​ໃນ​ກຸ່ມ​ທີ່​ມີ​ສິດ​ພິ​ເສດ​ນັ້ນ ເພື່ອ​ຫຼີກ​ລ່ຽງ​ບັນ​ຫາ​ການ​ໄດ້​ປະ​ໂຫຍດທີ່ບໍ່​ເທົ່າ​ທຽມ​ກັນຂອງ​ລະ​ບົບ “ໃຜ​ມາ​ກ່ອນ, ໄດ້​ກ່ອນ” 

ອ່ານ​ຂໍ້​ມູນ​ລະ​ອຽດ​ຕື່ມ ກ່ຽວ​ກັບ​ຂັ້ນ​ຕອນ​ການ​ຄັດ​ເລືອກ​ສຳ​ລັບ​ທຶນ Mini Grants 

ຂໍ້​ກຳ​ນົດ​ວ່າ​ດ້ວຍ​ຂໍ້​ຕົກ​ລົງ 

​ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​ຈ່າຍ​ເງິນ 

  • ​ຄວາມ​ຍາວ​ຂອງ​ຂໍ້​ຕົກ​ລົງ​ສຳ​ລັບ​ທຶນ​ໜຶ່ງ​ປີ 
  • ທາງ​ເລືອກ​ການ​ຈ່າຍ​ເງິນ ມີ​ສອງ​ທາງ​ເລືອກ: ​ການຈ່າຍ​ເງິນ​ກ້ອນ​ເຕັມ​ຈຳ​ນວນລ່ວງ​ໜ້າ​ ຫຼື ການຈ່າຍ​ເງິນ​ຄືນ​ໃຫ້​ເຕັມ​ຈຳ​ນວນ 

ຂໍ້​ກຳ​ນົດ​ດ້ານ​ການ​ລາຍ​ງານ 

  • ​ສັງ​ລວມ​ບັນ​ຍາຍ​ແບບ​ງ່າຍໜຶ່ງ​ໜ້າ ສຳ​ລັບ​ລາຍ​ງານ​ທາງ​ການ​ເງິນ, ແລະ​ໃບ​ຮັບເງິນ/ໃບ​ສົ່ງ​ສິນ​ຄ້າ. 
  • ສັງ​ລວມ​ທາງ​ການ​ເງິນ ແລະ​ໃບ​ຮັບ​ເງິນ/ໃບ​ສົ່ງ​ສິນ​ຄ້າ ຕ້ອງ​ສະ​ແດງ​ຫຼັກ​ຖານ​ການ​ຈ່າຍ​ເງິນ​ດ້ວຍ. 
  • ພວກ​ເຮົາ​ສາ​ມາດຍອມ​ຮັບ​ຮູບ​ແບບ​ການ​ລາຍ​ງານຫຼາຍ​ຮູບ​ແບບ (ຮູບ​ແບບ​ການ​ຂຽນ, ວີ​ດີ​ໂອ, ອອ​ດີ​ໂອ, ເປັນ​ຕົ້ນ) ແລະ​ພາ​ສາ​ຕ່າງໆ. ເຈົ້າ​ໜ້າ​ທີ່​ຂອງ PCEF ສາ​ມາດ​ປະ​ສານ​ງານ​ດ້ານ​ການ​ແປ​ພາ​ສາ ຖ້າ​ວ່າ​ຈຳ​ເປັນ. 

ຮຽນ​ຮູ້​ຕື່ມ​ກ່ຽວ​ກັບ​ການ​ລາຍ​ງານ ແລະມາດ​ຕະ​ການ​ໃນ​ການກວດ​ສອບ​ສຳ​ລັບ​ທຶນ Mini Grants. 

ຂໍ້​ກຳ​ນົດ​ດ້ານ​ປະ​ກັນ​ໄພ 

  • ເຈົ້າ​ໜ້າ​ທີ່​ຈະ​ແຈ້ງ​ໃຫ້​ຜູ້​ຮັບ​ທຶນ​ຮູ້​ກ່ຽວ​ກັບ​ລະ​ດັບ​ການ​ປະ​ກັນ​ໄພ​ທີ່​ຕ້ອງ​ການ. ຂໍ້​ກຳ​ນົດ​ດ້ານ​ປະ​ກັນ​ໄພ​ແຕກ​ຕ່າງ​ກັນ​ໄປ ຂຶ້ນ​ຢູ່​ກັບ​ວ່າ ຈະ​ໃຊ້ເງິນ​ທຶນ​ແນວ​ໃດ.  
  • ​ກິດ​ຈະ​ກຳ​ບາງ​ປະ​ເພດ ແລະ​ການ​ນຳ​ໃຊ້​ເງິນ​ທຶນ​ບາງ​ຢ່າງ ອາດ​ໝາຍ​ເຖິງ ການ​ມີ​ຂໍ້​ກຳ​ນົດ​ດ້ານປະ​ກັນ​ໄພ​ໜ້ອຍ​ລົງ ຫຼື ບໍ່​ມີ​ເລີຍ.  
  • ວຽກ​ທີ່​ໄດ້​ຮັບ​ທຶນ​ຊ່ວຍ​ເຫຼືອ ຊຶ່ງ​ລວມ​ເຖິງ ກິດ​ຈະ​ກຳ​ສາ​ທາ​ລະ​ນະ ຫຼື ການ​ເຮັດ​ວຽກ​ໂດຍ​ກົງ​ກັບ​ສະ​ມາ​ຊິກ​ໃນ​ຊຸມ​ຊົນ ຈະ​ມີ​ລະ​ດັບ​ການ​ປະ​ກັນ​ໄພສູງ​ທີ່​ສຸດ. 

ເປັນ​ຫຍັງ​ຈຶ່ງ​ຕ້ອງ​ມີ​ການ​ປະ​ກັນ​ໄພ​ສຳ​ລັ​ບ​ທຶນ​ຊ່ວຍ​ເຫຼືອ? 

ຄຳ​ຖາມ​ເພີ່ມ​ເຕີມ 

ມີ​ຄຳ​ຖາມ​ເພີ່ມ​ອີກບໍ່ ຫຼື ກຳ​ລັງ​ຊອກ​ຫາ​ລາຍ​ລະ​ອຽດ​ຕື່ມ​ອີກບໍ່?  

ວິ​ທີ​ການສະ​ໝັກ 

ກ່ອນປະ​ກອບ​ໃບ​ສະ​ໝັກຂໍ​ທຶນ​ຊ່ວຍ​ເຫຼືອ​ຂະ​ໜາດ​ນ້ອຍ, ກະ​ລຸ​ນາ​ອ່ານ​ຄຳ​ແນະ​ນຳ, ຂໍ້​ກຳ​ນົດ​ດ້ານຄຸນ​ສົມ​ບັດ, ກຳ​ນົດ​ວັນ​ສຸດ​ທ້າຍ, ແລະ​ລາຍ​ລະ​ອຽດ​ສຳ​ຄັນ​ອື່ນໆ ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ ທ່ານ​ເຂົ້າ​ໃຈຈຸດ​ປະ​ສົງ​ແລະ​ຄວາມ​ຄາດ​ຫວັງ​ຂອງ​ການ​ໃຫ້​ທຶນ.  ເມື່ອ​ທ່ານ​ອ່ານ​ລາຍ​ລະ​ອຽດ​ໂຄງ​ການ​ແລ້ວ, ເບິ່ງ​ທີ່​ໜ້າ ການ​ສະ​ໝັກ​ຂໍ​ທຶນ Mini Grant ເພື່ອ​ເບິ່ງ ແລະ​ປະ​ກອບ​ຂໍ້​ມູນ​ໃສ່ໃບ​ສະ​ໝັກ. 

Back to top