information
Martin Luther King Jr. Day closure

Most City of Portland offices will be closed Monday, Jan. 20, to observe Martin Luther King Jr. Day.

ຮ້ອງຂໍເອົາການເຂົ້າເຖິງສຳລັບຜູ້ພິການ, ນາຍພາສາ, ຫຼື ການແປພາສາ ຈາກ BPS (Lao)

Information
6 accessibility symbols: Wheelchair Accessibility, Access for Individuals Who Are Blind or Have Low Vision, Sign Language, Closed Captioning, Large Print, More Information. Two symbols showing translation and interpretation: a piece of paper with the letter A next to a piece of paper with a Chinese character, and a voice "bubble" with the letter A next to one with a Chinese character.
ຕິດຕໍ່ພວກເຮົາເພື່ອຮ້ອງຂໍເອົາການບໍລິການໂດຍບໍ່ເສັຽຄ່າ ເພື່ອເຮັດໃຫ້ທ່ານສາມາດເຂົ້າເຖິງໄດ້ຫຼາຍຂຶ້ນສຳລັບໂຄງການຕ່າງໆ ແລະສິ່ງທີ່ສະເໜີໃຫ້ ຈາກຫ້ອງການການວາງແຜນ ແລະຄວາມຍືນຍົງ (Bureau of Planning and Sustainability).
ນີ້ລວມເຖິງ ການແປພາສາ ແລະ ການອຳນວຍຄວາມສະດວກຕາມກົດໝາຍວ່າດ້ວຍຊາວອາເມລິກັນທີ່ພິການ (ADA).
On this page

ຫ້ອງ​ການການ​ວາງ​ແຜນ​ ແລະຄວາມ​ຍືນ​ຍົງ ມຸ່ງ​ໝັ້ນ​ທີ່​ຈະ​ເຮັ​ດໃຫ້​ການ​ບໍ​ລິ​ການ​ຕ່າງໆ, ໂຄງ​ການ​ ແລະ​ກິດ​ຈະ​ກຳ​ຕ່າງໆ ຂອງ​ພວກ​ເຮົາ ສາ​ມາດ​ເຂົ້າ​ເຖິງ​ປະ​ຊາ​ຊົນ​ທີ່​ເວົ້າຫຼາກ​ຫຼາຍ​ພາ​ສາ ຫຼື ມີ​ຄວາມ​ພິ​ການ.   

ຕິດຕໍ່ພວກເຮົາເພື່ອຮ້ອງຂໍເອົາການເຂົ້າເຖິງ

ເພື່ອ​ຮ້ອງ​ຂໍ​ເອົາ​ການ​ບໍ​ລິ​ການ​ດ້ານ​ພາ​ສາ, ນາຍ​ພາ​ສາ, ຫຼື ການ​ເຂົ້າ​ເຖິງ​ສຳ​ລັບ​ຜູ້​ພິ​ການ, ກະ​ລຸ​ນາ​ຕິດ​ຕໍ່ 311 (ສາຍຣີ​ເລ​ເພື່ອສົ່ງ​ຕໍ່​ຂໍ້​ຄວາມ: 711).

ການບໍລິການເຂົ້າເຖິງສຳລັບຜູ້ພິການ

ພວກ​ເຮົາ​ມຸ່ງ​ໝັ້ນ​ທີ່​ຈະເຮັດ​ໃຫ້​ບັນ​ດາ​ຜູ້​ພິ​ການ ສາ​ມາດ​ຮັບ​ເອົາ ແລະ​ສື່​ສານ​ຂໍ້​ມູນ​ຕ່າງໆ ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ​ເຊັ່ນ​ດຽວ​ກັບ​ກັບ​ຜູ້​ທີ່ບໍ່​ພິ​ການ.  ນີ້​ລວມ​ເຖິງ, ແຕ່ບໍ່​ຈຳ​ກັດ​ຢູ່​ແຕ່, ຄວາມ​ພິ​ການ​ທາງ​ຮ່າງ​ກາຍ, ປັນ​ຍາ, ການ​ເວົ້າ, ການ​ໄດ້​ຍິນ, ແລະ/ຫຼື ທາງ​ສາຍ​ຕາ. 

ບອກ​ໃຫ້​ພວກ​ເຮົາ​ຮູ້ ສິ່ງ​ທີ່​ທ່ານ​ຕ້ອງ​ການ ແລະ​ພວກ​ເຮົາ​ຈະ​ເຮັດ​ວຽກ​ເພື່ອ​ຈັດ​ຫາ​ໃຫ້​ທ່ານ ໂດຍ​ທ່ານບໍ່​ເສັຽ​ຄ່າ. 

ບາ​ງ​ຕົວ​ຢ່າງ​ຂອງ​ການ​ຊ່ວຍ​ເຫຼືອ ແລະ​ການ​ບໍ​ລິ​ການ​ຕ່າງໆ ທີ່​ພວກ​ເຮົາ​ສາ​ມາດ​ຈັດ​ຫາ​ໃຫ້ໄດ້ ລວມ​ມີ:  

  • ສື່​ວັດ​ສະ​ດຸຕ່າງໆ ໃນ​ຮູບ​ແບບ​ອື່ນ
  • ນາຍ​ພາ​ສາໃບ້ (ASL)
  • ການ​ປ່ຽນ​ແປງ​ຕໍ່​ນະ​ໂຍ​ບາຍ ຫຼື ລະ​ບຽບ​ການ

ຫຼື ການ​ດັດ​ປັບ​ທີ່​ກ່ຽວ​ພັນ​ກັບ​ຄວາມ​ພິ​ການ ເພື່ອ​ໃຫ້​ທ່ານ ຫຼື ໃຜ​ຜູ້​ໜຶ່ງ​ທີ່​ທ່ານ​ຮູ້​ຈັກ​ ສາ​ມາດ​ເຂົ້າ​ເຖິງ​ໂຄງ​ການ ຫຼື ການ​ບໍ​ລິ​ການ​ໄດ້​ຢ່າງ​ເຕັມ​ສ່ວນ

ຊອກເບິ່ງ ຕົວ​ຢ່າງ​ເພີ່ມ​ເຕີມ​ກ່ຽວ​ກັບ​ຄຳ​ຮ້ອງ ສຳ​ລັບ​ການ​ດັດ​ປັບ​ທີ່​ສົມ​ເຫດ​ຜົນ​ຕໍ່​ນະ​ໂຍ​ບາຍ ແລະ​ລະ​ບຽບ​ການ.

ການບໍລິການດ້ານການເຂົ້າເຖິງພາສາ

ພວກ​ເຮົາ​ມຸ່ງ​ໝັ້ນ​ທີ່​ຈະ​ສະ​ໜອງ​ຂໍ້​ມູນ​ໃຫ້​ແກ່​ຊາວ​ພອ​ທ​ແລນ​ດ໌​ທຸກ​ຄົນ​ໃນ​ພາ​ສາ​ໃດໆ ກໍ​ຕາມ​ທີ່​ຮ້ອງ​ຂໍ.

ການ​ບໍ​ລິ​ການ​ນາຍ​ພາ​ສາ​ທາງ​ໂທ​ລະ​ສັບ

ພວກ​ເຮົາ​ຈະ​ຈັດ​ຫາ​ນາຍ​ພາ​ສ​າ​ໃຫ້​ໂດຍບໍ່​ເສັຽ​ຄ່າ. ເມື່ອ​ທ່ານ​ໂທ​ຫາ​ພວກ​ເຮົາ, ກະ​ລຸ​ນາ​ເວົ້າ​ຊື່​ພາ​ສາ​ທີ່​ທ່ານ​ຕ້ອງ​ການ, ແລະ​ພວກ​ເຮົາ​ຈະ​ຈັດ​ຫາ​ນາຍ​ພາ​ສາ​ມາ​ຮ່ວມ​ທາງ​ໂທ​ລະ​ສັບ.  ມັນ​ອາດ​ໃຊ້​ເວ​ລາ​ສອງ​ສາມ​ນາ​ທີ​ສຳ​ລັບ​ພວກ​ເຮົາ​ໃນ​ການ​ຫາ​ນາຍ​ພາ​ສາ​ມາ​ຮ່ວມ​ທາງ​ໂທ​ລະ​ສັບ, ສະ​ນັ້ນ ກະ​ລຸ​ນາ​ຢ່າ​ວາງ​ສາຍ​ໂທ​ລະ​ສັບ.

ນອກ​ຈາກ​ນີ້ ທ່ານ​ຍັງ​ສາ​ມາດ ອີ​ເມວ​ຫາ​ພວກ​ເຮົາ ເພື່ອ​ຮ້ອງ​ຂໍ​ເອົາ​ການ​ໂທ​ລະ​ສັບ​ທີ່​ມີ​ນາຍ​ພາ​ສາ​ມາ​ຊ່ວຍ ແລະ​ພວກ​ເຮົາ​ຈະ​ຈັດ​ເວ​ລາ​ເພື່ອ​ໂທ​ຫາ​ທ່ານ.

ນາຍ​ພາ​ສາ​ທີ່​ງານ​ຕ່າງໆ

ພວກ​ເຮົາ​ຈະ​ຈັດ​ຫາ​ນາຍ​ພາ​ສາ​ໃຫ້​ໂດຍບໍ່​ເສັຽ​ຄ່າ. ຖ້າ​ວ່າ ທ່ານ​ຈະ​ຕ້ອງ​ການ​ນາຍ​ພາ​ສາ​ສຳ​ລັບ​ງານ​ໃດໆ, ກະ​ລຸ​ນາ​ບອກ​ພວກ​ເຮົາ​ໄວໆ. ພວກ​ເຮົາ​ຈະມີ​ເວ​ລາ​ໃນ​ການ​ຫານາຍ​ພາ​ສາທີ່​ດີ​ທີ່​ສຸດ​ມາ​ຊ່ວຍ ຖ້າ​ວ່າ ພວກ​ເຮົາ​ໄດ້​ຮັບ​ແຈ້ງ​ລ່ວງ​ໜ້າປະ​ມານ​​ຫ້າ​ວັນ​ເຮັດ​ວຽກ​ຂຶ້ນ​ໄປ. ຢ່າງ​ໃດ​ກໍ​ຕາມ, ບໍ່​ວ່າ​ງານ​ນັ້ນ​ຈະ​ຟ້າວປານ​ໃດ​ກໍ​ຕາມ, ກະ​ລຸ​ນາ​ເຮັດ​ຄຳ​ຮ້ອງ​ຂໍ ແລະ​ພວກ​ເຮົາ​ຈະ​ເຮັດ​ໃຫ້​ດີ​ທີ່​ສຸດ.

ສື່​ເອ​ກະ​ສານ​ທີ່​ໄດ້​ຮັບ​ການ​ແປ​ພາ​ສາ

ພວກ​ເຮົາ​ສາ​ມາດ​ຈັດ​ຫາ​ການ​ແປ​ພາ​ສາ​ສຳ​ລັບ​ຂໍ້​ມູນ​ໃດໆ ກໍ​ຕາມ​ທີ່​ຮ້ອງ​ຂໍ. ພວກ​ເຮົາ​ຈະ​ເຮັດ​ໃຫ້​ດີ​ທີ່​ສຸດ​ທີ່​ຈະ​ຈັດ​ຫາ​ການ​ແປ​ພາ​ສາ​ສຳ​ລັບ​ຂໍ້​ມູນ​ໃດໆ ໃຫ້​ແກ່​ທ່ານ​ໄວ​ທີ່​ສຸດ, ແຕ່​ວ່າ ມັນ​ອາດ​ໃຊ້​ເວ​ລາ​ດົນ​ເຖິງ​ສອງ​ອາ​ທິດ. ກະ​ລຸ​ນາ​ບອກ​ພວກ​ເຮົາ ຖ້າ​ວ່າ ຄຳ​ຮ້ອງ​ຂໍ​ຂອງ​ທ່ານ​ຮີບ​ດ່ວນ.

ຂໍ້ມູນກ່ຽວກັບສິດທິພົນລະເມືອງພາຍໃຕ້Title VI ແລະ ADA Title II

ເມືອງ​ພອ​ທ​ແລນ​ດ໌​ມີ​ນະ​ໂຍ​ບາຍ​ວ່າ ຈະ​ບໍ່​ມີ​ຜູ້​ໃດ​ຖືກ​ກີດ​ກັນ​ອອກ​ຈາກ​ການ​ເຂົ້າ​ຮ່ວມ​, ຖືກ​ປະ​ຕິ​ເສດ​ຜົນ​ປະ​ໂຫຍດ, ຫຼື ຖືກ​ຈຳ​ແນກ ໃນ​ໂຄງ​ການ​ໃດໆ ຂອງ​ເມືອງ, ການ​ບໍ​ລິ​ການ ຫຼື ກິດ​ຈະ​ກຳ​ຂອງ​ເມືອງ ເທີງ​ພື້ນ​ຖານ​ຂອງ ເຊື້ອ​ຊາດ, ສີ​ຜິວ, ຊາດ​ກຳ​ເນີດ, ຄວາມ​ພິ​ການ, ຫຼື ສະ​ຖາ​ນະ​ອື່ນໆ ທີ່​ໄດ້​ຮັບ​ການ​ປົກ​ປ້ອງ.

ດ້ວຍ​ການ​ຍຶດ​ໝັ້ນ​ຕໍ່ກົດ​ໝາຍ​ສິດ​ທິ​ພົນ​ລະ​ເມືອງ​ພາຍ​ໃຕ້ ສິດ​ທິ​ພົນ​ລະ​ເມືອງ Title VI  ແລະ ADA Title II , ເມືອງ​ພອ​ທ​ແລນ​ດ໌ ຈະ​ຮັບ​ປະ​ກັນການ​ເຂົ້າ​ເຖິງທີ່​ມີ​ຄວາມ​ໝາຍ​ຕໍ່​ໂຄງ​ການ, ການ​ບໍ​ລິ​ການ, ແລະ​ກິດ​ຈະ​ກຳ​ຕ່າງໆ ຂອງ​ເມືອງ ໂດຍ​ການ​ຈັດ​ຫາ​ໃຫ້​ຢ່າງ​ສົມ​ເຫດ​ຜົນ​ສຳ​ລັບ: ການ​ແປ​ພາ​ສາ ແລະ​ນາຍ​ພາ​ສາ, ການ​ດັດ​ປັບ​ໃຫ້​ເໝາະ​ສົມ, ການ​ອຳ​ນວຍ​ຄວາມ​ສະ​ດວກ, ຮູບ​ແບບ​ສຳ​ຮອງ, ແລະອຸ​ປະ​ກອນ​ຊ່ວຍ​ເຫຼືອ ແລະ​ການ​ບໍ​ລິ​ການ​ຕ່າງໆ.  

Back to top